ສີໂຄດຕະບອງ ເລັ່ງຍົກລະດັບຮັບມືໄພພິບັດ ກຽມເປີດກອງທຶນສຸກເສີນປີ 2026

ກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂອງເມືອງສີໂຄດຕະບອງ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ 2026 ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນມີ ໄຊຍະວົງ ປະທານຄະນະກຳມະການປົກຄອງເມືອງສີໂຄດຕະບອງ ແລະ ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ເປັນປະທານຮ່ວມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນາຍບ້ານ 60 ບ້ານເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບຜົນການດຳເນີນວຽກງານໄພພິບັດປະຈຳປີ 2025 ພ້ອມທັງຂໍ້ຕົກລົງສຳຄັນກ່ຽວກັບການແຕ່ງຕັ້ງຄະນະກຳມະການ ແລະ ການຈັດຕັ້ງກອງທຶນຄຸ້ມຄອງໄພພິບັດຂັ້ນເມືອງ.

ລາຍງານລະບຸວ່າ ໃນໄລຍະ 1 ປີຜ່ານມາ ເມືອງສີໂຄດຕະບອງ ບໍ່ພົບເຫດການນ້ຳຖ້ວມ ຫຼື ພາຍຸຮ້າຍແຮງທີ່ສົ່ງຜົນກະທົບຫຼວງ ແຕ່ຍັງມີເຫດໄຟໄໝ້ເກີດຂຶ້ນ 3 ຄັ້ງ ຢູ່ 2 ບ້ານ ຄື ບ້ານໜອງບົວທອງເໜືອ ແລະ ບ້ານວຽງຄຳ ເຮັດໃຫ້ເຮືອນເສຍຫາຍ 4 ຫຼັງ ມູນຄ່າຄວາມເສຍຫາຍປະມານ 800 ລ້ານກີບ ແຕ່ໂຊກດີທີ່ບໍ່ມີຜູ້ເສຍຊີວິດ ຫຼື ບາດເຈັບ.

ຂະນະດຽວກັນ ການກໍ່ສ້າງຮ່ອງລະບາຍນ້ຳ ແລະ ພັດທະນາເສັ້ນທາງເລກ 13 ເໜືອ ໄດ້ຊ່ວຍໃຫ້ລະບາຍນ້ຳໄດ້ດີຂຶ້ນ ຫຼຸດຜ່ອນບັນຫານ້ຳຖ້ວມໃນພື້ນທີ່ສ່ຽງ. ພ້ອມນີ້ ຍັງໄດ້ກວດກາປະຕູນ້ຳ 3 ຈຸດ, ຕິດຕັ້ງຈັກສູບນ້ຳ 7 ຈຸດ ແລະ ດຳເນີນໂຄງການຕ້ານເຈື່ອນ ພ້ອມຂຸດລອກຮ່ອງລະບາຍນ້ຳຫຼາຍເສັ້ນທາງ.

ສຳລັບຕົ້ນປີ 2026 ທາງການຍັງໄດ້ລົງພື້ນທີ່ຄວບຄຸມເຫດໄຟໄໝ້ປ່າໃນເຂດປ່າສະຫງວນພູພະນັງ 3 ຈຸດ ມີເນື້ອທີ່ເສຍຫາຍກວ່າ 80 ເຮັກຕ້າ ໂດຍບໍ່ມີເຮືອນປະຊາຊົນໄດ້ຮັບຜົນກະທົບ.

ສຳລັບແຜນງານປີ 2026 ເມືອງສີໂຄດຕະບອງ ຈະສຸມໃສ່ການປ້ອງກັນ ແລະ ຮັບມືໄພພິບັດແບບຮອບດ້ານ ໂດຍສະເພາະການເຝົ້າລະວັງໃນ 19 ບ້ານລຽບແຄມແມ່ນ້ຳຂອງ, 7 ບ້ານສ່ຽງນ້ຳຖ້ວມ ແລະ ເຂດສ່ຽງອັກຄີໄພ-ໄຟໄໝ້ປ່າ.

ພ້ອມນີ້ ຍັງເລັ່ງດຳເນີນການເປີດບັນຊີ “ກອງທຶນຄຸ້ມຄອງໄພພິບັດ” ເພື່ອໃຫ້ມີຄວາມພ້ອມໃນການຊ່ວຍເຫຼືອສຸກເສີນ ແລະ ຮັບມືກັບສະຖານະການຕ່າງໆໃນອະນາຄົດຢ່າງທັນເວລາ.

ທີ່ມາ: ວຽງຈັນໃຫມ່

Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles