ເກີດເຫດໄຟໄໝ້ສາລາສັກສິດຂອງຍີ່ປຸ່ນ ອາຍຸກວ່າ 1200 ປີ

ເກີດເຫດໄຟ​ໄໝ້​ “ສາລາເຣກາໂດ” (Reikado / 霊火堂) ມໍລະດົກທາງວັດທະນະທຳ ຢູ່ປະເທດຍີ່ປຸ່ນ ເຊິ່ງເປັນສາລາສັກສິດອັນເກົ່າແກ່ ທີ່ມີປະຫວັດສາດຍາວນານກວ່າ 1,200 ປີ ຢູ່ເທິງຍອດພູ ໃນເກາະມິຢາຈິມະ, ແຂວງຮິໂຣຊິມະ ໄດ້ຖືກໄຟໄໝ້ເກືອບໝົດຫຼັງ.

ເຫດການເກີດຂຶ້ນໃນຕອນເຊົ້າ ຂອງວັນທີ 20 ພຶດສະພາ 2026 ທີ່ຜ່ານມາ, ໂດຍເຈົ້າໜ້າທີ່ດັບເພີງໄດ້ຮັບແຈ້ງເຫດໃນເວລາປະມານ 08:30 ໂມງ (ຕາມເວລາທ້ອງຖິ່ນ).

ຕົ້ນເພີງໄດ້ລຸກໄໝ້ຈາກພາຍໃນສາລາ Reikado ເຊິ່ງເປັນສ່ວນໜຶ່ງຂອງ “ວັດໄດໂຊອິນ” ວັດເກົ່າແກ່ຂອງນິກາຍຊິນງອນ ກ່ອນທີ່ແປວໄຟຈະລຸກລາມໄປຍັງພື້ນທີ່ປ່າໄມ້ທີ່ຢູ່ໃກ້ຄຽງ.

ເຈົ້າໜ້າທີ່ຕ້ອງໄດ້ໃຊ້ເຮລິຄອບເຕີຂົນສົ່ງນ້ຳຂຶ້ນໄປສະກັດກັ້ນໄຟ ເນື່ອງຈາກສະຖານທີ່ຕັ້ງຢູ່ເທິງຍອດພູສູງ. ເບື້ອງຕົ້ນ ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ, ສ່ວນສາເຫດຂອງການເກີດໄຟໄໝ້ແມ່ນກຳລັງຢູ່ພາຍໃຕ້ການສືບສວນຂອງເຈົ້າໜ້າທີ່ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງ.

​ສາລາ Reikado ແຫ່ງນີ້ ເປັນສະຖານທີ່ປະດິດສະຖານ “ແປວໄຟນິລັນດອນ” (Kie-nai-no-hi) ຫຼື​ ໃນສາລານີ້ຈະມີເຕົາໄຟທີ່ມີໄຟລຸກຢູ່ຕະຫຼອດເວລາ ເຊິ່ງຕາມຄວາມເຊື່ອທາງພຸດທະສາສະໜານິກາຍມະຫາຍານຂອງຍີ່ປຸ່ນ ລະບຸວ່າ ເປັນແປວໄຟທີ່ລຸກໄໝ້ຕໍ່ເນື່ອງກັນມາຢ່າງຍາວນານເກືອບ 1,200 ປີ ໂດຍບໍ່ເຄີຍມອດເລີຍ ນັບຕັ້ງແຕ່ “ພຣະຄູໄຄ” (Kukai) ຫຼື ໂຄໂບ ໄດຊິ ນັກບວດຊື່ດັງຂອງຍີ່ປຸ່ນ ໄດ້ຈຸດຂຶ້ນໃນລະຫວ່າງການປະກອບພິທີກຳທາງສາສະໜາໃນປີ ຄ.ສ. 806.

ແປວໄຟສັກສິດໃນສາລາແຫ່ງນີ້ ຍັງເປັນແປວໄຟດຽວກັນກັບທີ່ຖືກນຳໄປໃຊ້ຈຸດ “ຄົບເພີງສັນຕິພາບ” (Flame of Peace) ຢູ່ທີ່ສວນສາທາລະນະອະນຸສອນສະຖານສັນຕິພາບຮິໂຣຊິມະ (Hiroshima Peace Memorial Park) ອີກດ້ວຍ.

​World Forum​

ພາບ: TBS NEWS

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles