3 ເດືອນຕົ້ນປີ 2026 ນັກທ່ອງທ່ຽວແຫ່ເຂົ້າລາວ 1.31 ລ້ານຄົນ! ດັນທ່ອງທ່ຽວເປັນກຳລັງຫຼັກເສດຖະກິດ

ລາວຍັງຮ້ອນແຮງ! ພຽງແຕ່ 3 ເດືອນຕົ້ນປີ 2026 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ແລ້ວກວ່າ 1.31 ລ້ານເທື່ອຄົນ ສະທ້ອນໃຫ້ເຫັນວ່າ ຂະແໜງການທ່ອງທ່ຽວ ຍັງຄົງເປັນໜຶ່ງໃນກຳລັງຂັບເຄື່ອນສຳຄັນຂອງເສດຖະກິດລາວ.

ຂໍ້ມູນດັ່ງກ່າວ ຖືກເຜີຍໃນກອງປະຊຸມສຳມະນາ ກ່ຽວກັບ “ບັນຊີປະຊາຊາດດ້ານການທ່ອງທ່ຽວ” ທີ່ຈັດຂຶ້ນລະຫວ່າງວັນທີ 19-21 ພຶດສະພາ 2026 ຢູ່ແຂວງຄຳມ່ວນ ໂດຍມີຜູ້ແທນຈາກກະຊວງ ວທ, ພາກສ່ວນກ່ຽວຂ້ອງ ແລະ ນັກວິຊາການຈາກທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ກ່າວວ່າ:

ປີ 2025 ຜ່ານມາ ລາວສາມາດຕ້ອນຮັບນັກທ່ອງທ່ຽວໄດ້ກວ່າ 4.5 ລ້ານເທື່ອຄົນ ລື່ນຄາດໝາຍ 105% ແລະ ຕົວເລກໃນຕົ້ນປີ 2026 ຍັງສືບຕໍ່ເຕີບໂຕຢ່າງໜ້າສົນໃຈ.

ພ້ອມກັນນັ້ນ ລາວຍັງເລັ່ງພັດທະນາລະບົບ “ບັນຊີປະຊາຊາດດ້ານການທ່ອງທ່ຽວ” ຕາມມາດຕະຖານສາກົນຂອງ UN Tourism ເພື່ອ:

ວັດແທກມູນຄ່າທາງເສດຖະກິດຈາກຂະແໜງທ່ອງທ່ຽວ

ເກັບກຳສະຖິຕິທີ່ແມ່ນຍຳ ແລະ ໜ້າເຊື່ອຖື

ວາງແຜນນະໂຍບາຍ ແລະ ດຶງດູດການລົງທຶນ

ຍົກລະດັບລະບົບສະຖິຕິເຂົ້າສູ່ດີຈີຕອນ

ເຊື່ອມໂຍງຂໍ້ມູນກັບອາຊຽນ ແລະ ສາກົນ

ຂະແໜງການທ່ອງທ່ຽວ ຍັງຖືກມອງວ່າເປັນ “ເສດຖະກິດປາຍແຫຼມ” ທີ່ຊ່ວຍກະຕຸ້ນຫຼາຍຂະແໜງການ ທັງການຂົນສົ່ງ, ການຄ້າ, ທີ່ພັກ, ຮ້ານອາຫານ ແລະ ການຈ້າງງານພາຍໃນປະເທດ.

ທີ່ມາ: ກົມພັດທະນາການທ່ອງທ່ຽວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles