, ລວມທັງຜົນກະທົບທີ່ແຜ່ລາມອອກໄປຂອງຄວາມຂັດແຍ່ງທາງພູມສາດການເມືອງ, ເສດຖະກິດຈີນໄດ້ເລີ່ມຕົ້ນຢ່າງມີພະລັງ, ສະແດງໃຫ້ເຫັນເຖິງຄວາມຢືດຢຸ່ນ ແລະ ຄວາມມີຊີວິດຊີວາອັນແຂງແຮງ.
ອີງຕາມຂໍ້ມູນທີ່ເຜີຍແຜ່ໂດຍກົມສະຖິຕິແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ໃນໄຕມາດທີ 1, ອັດຕາການເຕີບໂຕທາງເສດຖະກິດໄດ້ຟື້ນຕົວຂຶ້ນ 0.5 ເປີເຊັນ ເມື່ອທຽບໃສ່ໄຕມາດທີ 4 ຂອງປີຜ່ານມາ; ການລົງທຶນໃນຊັບສິນຄົງທີ່ ເພີ່ມຂຶ້ນ 1.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຍອດການຂາຍຍ່ອຍໃນຂະແໜງບໍລິການ ເພີ່ມຂຶ້ນ 5.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າ ບັນລຸການເຕີບໂຕເປັນຕົວເລກສອງຫຼັກ; ມູນຄ່າເພີ່ມຂອງວິສາຫະກິດອຸດສາຫະກຳຂະໜາດໃຫຍ່ ແລະ ມູນຄ່າເພີ່ມຂອງຂະແໜງບໍລິການ ເພີ່ມຂຶ້ນ 6.1% ແລະ 5.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຕາມລໍາດັບ. ເສດຖະກິດຈີນຢູ່ໃນທ່າອ່ຽງການຂະຫຍາຍຕົວຂຶ້ນຢ່າງຕັ້ງໜ້າ, ເຊິ່ງໄດ້ບົ່ມຊ້ອນກາລະໂອກາດໃໝ່ໆຢ່າງຫຼວງຫຼາຍ ແລະ ເປັນແຮງຂັບເຄື່ອນການເຕີບໂຕທີ່ໝັ້ນຄົງໃຫ້ແກ່ເສດຖະກິດໂລກ.
ແຮງຂັບເຄື່ອນໃໝ່ໄດ້ຮັບການສະສົມ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ຂະແໜງການຜະລິດຂອງຈີນພວມເລັ່ງຫັນປ່ຽນໄປສູ່ຮູບແບບໃໝ່, ຮູບແບບສີຂຽວ ແລະ ຮູບແບບອັດສະລິຍະ. ໃນ 4 ເດືອນຕົ້ນປີ, ຜະລິດຕະພັນກົນຈັກ ແລະ ເອເລັກໂຕຣນິກ ທີ່ມີເຕັກໂນໂລຊີສູງ ແລະ ມີມູນຄ່າເພີ່ມສູງຂອງຈີນ ກວມເອົາ 63.5% ຂອງຍອດການສົ່ງອອກທັງໝົດ, ໃນນັ້ນ, ຜະລິດຕະພັນທີ່ເປັນແຮງຂັບເຄື່ອນໃໝ່ທີ່ມີທ່າແຮງ ເປັນຕົ້ນແມ່ນ: ລົດໄຟຟ້າ, ໝໍ້ໄຟລີທຽມ ແລະ ຊຸດເຄື່ອງກຳເນີດໄຟຟ້າດ້ວຍພະລັງງານລົມ ມີອັດຕາການສົ່ງອອກເພີ່ມຂຶ້ນລື່ນ 40%, ການສົ່ງອອກຫຸ່ນຍົນອຸດສາຫະກຳ ເພີ່ມຂຶ້ນ 30%; ການນຳເຂົ້າຜະລິດຕະພັນກົນຈັກ ແລະ ເອເລັກໂຕຣນິກຂອງຈີນ ເພີ່ມຂຶ້ນ 23.6%; ຕ່ອງໂສ້ອຸດສາຫະກຳຕ່າງໆ ເປັນຕົ້ນແມ່ນ: ການຜະລິດລະດັບສູງ, ພະລັງງານໃໝ່ ແລະ ຂໍ້ມູນຂ່າວສານເອເລັກໂຕຣນິກ ຍັງຄົງຮັກສາທ່າແຮງການຂະຫຍາຍຕົວ, ເຊິ່ງໄດ້ສ້າງແຮງຍູ້ໜູນທີ່ໝັ້ນຄົງຕໍ່ຄວາມຕ້ອງການດ້ານອຸປະກອນ, ຊິບ ແລະ ວັດຖຸດິບທີ່ສຳຄັນ.
ລະບົບເຮືອບິນຂົນສົ່ງສິນຄ້າໄຮ້ຄົນຂັບທາງການຄ້າ HH-200 ໄດ້ປະສົບຜົນສຳເລັດໃນການບິນຄັ້ງທຳອິດ, ເສັ້ນໄຍກາກບອນທີ່ມີຄວາມທົນທານສູງພິເສດ ລຸ້ນ SYT80 (ລະດັບ T1200) ທີ່ຈີນຄົ້ນຄວ້າ ແລະ ພັດທະນາຂຶ້ນເອງ ໄດ້ເປີດຕົວເປັນຄັ້ງທຳອິດຂອງໂລກ, ປະເທດຈີນແຫ່ງນະວັດຕະກຳ ພວມສະແດງໃຫ້ເຫັນເຖິງພະລັງຊີວິດອັນເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ.
ຄວາມມີຊີວິດຊີວາຂອງຕະຫຼາດການບໍລິໂພກໄດ້ຮັບການປົດປ່ອຍ. ບັນດານະໂຍບາຍຕ່າງໆ ເປັນຕົ້ນແມ່ນການປ່ຽນແທນສິນຄ້າບໍລິໂພກເກົ່າດ້ວຍສິນຄ້າໃໝ່ຂອງຈີນ ໄດ້ສືບຕໍ່ສົ່ງຜົນສັກສິດ, ວັນພັກຜ່ອນຕິດຕໍ່ກັນຫຼາຍວັນໄດ້ກະຕຸ້ນຕະຫຼາດການທ່ອງທ່ຽວລະດູໃບໄມ້ປົ່ງໃຫ້ມີຄວາມຄຶກຄື້ນ, ໃນເດືອນເມສາ ຍອດມູນຄ່າການຊຳລະເງິນຜ່ານການບໍລິໂພກແບບອອຟລາຍ (ໜ້າຮ້ານ) ເພີ່ມຂຶ້ນ 1.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ການບໍລິໂພກສິນຄ້າ ເພີ່ມຂຶ້ນ 2.7%, ການບໍລິໂພກຂະແໜງບໍລິການ ເພີ່ມຂຶ້ນ 0.4%, ການບໍລິໂພກສິນຄ້າຕົວຈິງ ແລະ ການບໍລິໂພກຂະແໜງບໍລິການ ໄດ້ກາຍເປັນ “ສອງແຮງຂັບເຄື່ອນຮ່ວມກັນ”, ເຊິ່ງສະແດງໃຫ້ເຫັນເຖິງຄວາມຢືດຢຸ່ນ ແລະ ທ່າແຮງອັນມະຫາສານ; ຮູບແບບທຸລະກິດແບບປະສົມປະສານ ເປັນຕົ້ນແມ່ນ “ການຊົມດອກໄມ້ + ການຕັ້ງແຄັມ” ແລະ “ການຊົມດອກໄມ້ + ທີ່ພັກ” ແມ່ນມີຄວາມຮ້ອນແຮງຢ່າງຍິ່ງ, ຍອດການຄົ້ນຫາຄຳວ່າ “ຊົມດອກໄມ້” ແມ່ນເພີ່ມຂຶ້ນໜຶ່ງເທົ່າຕົວເມື່ອທຽບໃສ່ເດືອນຜ່ານມາ, ການບໍລິໂພກດ້ານການຖ່າຍຮູບແບບບູຮານ ແລະ ການທົດລອງນຸ່ງຊຸດຮັ່ນຟູ (ຊຸດປະຈຳເຜົ່າຮັ້ນ) ເພີ່ມຂຶ້ນເກືອບ 70%, ເຊິ່ງໄດ້ນຳໃຊ້ຄວາມຕ້ອງການໃໝ່ເພື່ອຊີ້ນຳການສະໜອງໃໝ່, ແລະ ນຳໃຊ້ການສະໜອງໃໝ່ເພື່ອສ້າງຄວາມຕ້ອງການໃໝ່, ການບໍລິໂພກໄດ້ຫັນປ່ຽນຈາກການ “ຊື້ລູກດຽວ” ໄປສູ່ “ການຊື້ເພື່ອຄວາມສຸກທາງກາຍແລະໃຈຂອງຕົນເອງ”, ເຮັດໃຫ້ເສດຖະກິດການບິນລະດັບຕ່ຳ “ບິນຂຶ້ນໄດ້”, ເຕັກໂນໂລຊີປັນຍາປະດິດແບບມີຕົວຕົນ “ຖືກນຳໃຊ້ໄດ້”, ແລະ ລະບົບຂັບຂີ່ອັດຕະໂນມັດ “ແລ່ນໄດ້”.
ຜົນງານການຄ້າຕ່າງປະເທດມີຈຸດເດັ່ນທີ່ຫຼາກຫຼາຍ ແລະ ສະຫວ່າງສະໄຫວ. ຈີນຢຶດໝັ້ນການຈັດຕັ້ງປະຕິບັດຍຸດທະສາດການຫັນຕະຫຼາດເປັນຫຼາຍຮູບແບບ, ສືບຕໍ່ລົງເລິກໃນຕະຫຼາດດັ້ງເດີມຢ່າງບໍ່ຢຸດຢັ້ງ ແລະ ບຸກເບີກຕະຫຼາດເກີດໃໝ່ຢ່າງແຂງແຮງ, ເຮັດໃຫ້ “ວົງເພື່ອນມິດ” ແຫ່ງການຮ່ວມມືດ້ານເສດຖະກິດ ແລະ ການຄ້ານັບມື້ນັບຂະຫຍາຍຕົວອອກຢ່າງກວ້າງຂວາງ, ໃນ 4 ເດືອນຕົ້ນປີ, ການນຳເຂົ້າ ແລະ ສົ່ງອອກຂອງຈີນ ຕໍ່ກັບຕະຫຼາດເກີດໃໝ່ ເປັນຕົ້ນແມ່ນ ອາຊຽນ ແລະ ອາເມລິກາລາຕິນ ຍັງຄົງຮັກສາອັດຕາການເຕີບໂຕທີ່ຂ້ອນຂ້າງໄວໃນລະດັບ 15% ຂຶ້ນໄປ, ການໄປມາຫາສູ່ດ້ານການຄ້າກັບຕະຫຼາດດັ້ງເດີມ ເປັນຕົ້ນແມ່ນ ສະຫະພາບເອີຣົບ ແລະ ເກົາຫຼີ ແມ່ນມີການຂະຫຍາຍຕົວຂຶ້ນຢ່າງໝັ້ນທ່ຽງ; ຜົນປະໂຫຍດຈາກມາດຕະການອັດຕາພາສີເປັນສູນຕໍ່ອາຟຣິກາ ໄດ້ຮັບການປົດປ່ອຍອອກມາຢ່າງເປັນກ້າວໆ, ມູນຄ່າການຄ້າລະຫວ່າງສອງຝ່າຍໃນໄລຍະດຽວກັນໄດ້ລື່ນກາຍ 800 ຕື້ຢວນເປັນຄັ້ງທຳອິດ, ສິນຄ້າທີ່ມີເອກະລັກພິເສດຂອງອາຟຣິກາໄດ້ເຮັດໃຫ້ຕະຫຼາດການບໍລິໂພກຂອງຈີນມີຄວາມອຸດົມສົມບູນຂຶ້ນ, ແລະ ຜະລິດຕະພັນທີ່ມີຄຸນນະພາບສູງຂອງຈີນກໍໄດ້ເພີ່ມກຳລັງແຮງໃຫ້ແກ່ການພັດທະນາ ແລະ ສ້າງສາພັດທະນາຂອງອາຟຣິກາ. ການ “ສົ່ງອອກໄປຈີນ” ແລະ ການ “ຊື້ເຄື່ອງຢູ່ຈີນ” ໄດ້ມີການຜະສົມຜະສານກັນຢ່າງເລິກເຊິ່ງ, ຈີນໄດ້ນຳໃຊ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງສະເໝີຕົ້ນສະເໝີປາຍ ເພື່ອສືບຕໍ່ສົ່ງສັນຍານອັນແນ່ວແນ່ໃຫ້ແກ່ໂລກກ່ຽວກັບການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຮ່ວມກັນຊຸກຍູ້ຄວາມວັດທະນາຖາວອນ.
ໃນປັດຈຸບັນ, ຄວາມສ່ຽງດ້ານພູມສາດການເມືອງພວມເພີ່ມສູງຂຶ້ນ, ສະພາບການພາຍນອກມີຄວາມສະຫຼັບຊັບຊ້ອນ ແລະ ຜັນແປຢ່າງຫຼາກຫຼາຍ, ການຄ້າ, ພະລັງງານ ແລະ ຕ່ອງໂສ້ອຸດສາຫະກຳທົ່ວໂລກ ພວມຜະເຊີນໜ້າກັບສິ່ງທ້າທາຍອັນຂ້ຽວຂາດ. ຈີນຈະຮັກສາຄວາມໝັ້ນຄົງທາງດ້ານຍຸດທະສາດ, ດຳເນີນວຽກງານຂອງຕົນເອງໃຫ້ດີຢ່າງບໍ່ຫວັ່ນໄຫວ, ນຳໃຊ້ຍຸດທະສາດການຫັນເປັນຫຼາຍຮູບແບບເພື່ອຊຸກຍູ້ການເຊື່ອມໂຍງແລະເຊື່ອມຈອດກັນຂອງເສດຖະກິດໂລກ, ຂະຫຍາຍການຮ່ວມມືດ້ານການຕົກລົງການຄ້າກັບພື້ນຖານເສດຖະກິດທີ່ຫຼາກຫຼາຍຂຶ້ນ, ຍົກສູງຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທົ່ວໂລກ, ເພື່ອເພີ່ມຄວາມແນ່ນອນໃຫ້ແກ່ການຟື້ນຕົວຂອງເສດຖະກິດໂລກ.

