ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 90 ລາຍ ຈາກເຫດບໍ່ຖ່ານຫິນລະເບີດໃນຈີນ

​ເກີດເຫດແກັສລະເບີດຢ່າງຮຸນແຮງຢູ່ບໍ່ຖ່ານຫີນ “ຫຼິວເຊິນຢູ” ໃນແຂວງຊານຊີ​ ທາງຕອນເໜືອຂອງປະເທດຈີນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 90 ລາຍ ເຊິ່ງຖືເປັນອຸບັດຕິເຫດທາງບໍ່ແຮ່ທີ່ຮ້າຍແຮງທີ່ສຸດຂອງຈີນໃນຮອບ 17 ປີ.

ເຫດເກີດໃນວັນສຸກ ວັນທີ 22 ພຶດສະພາ 2026​ ທີ່ຜ່ານມາ, ເວລາປະມານ 19:29 ໂມງ (ຕາມເວລາທ້ອງຖິ່ນ).

ສະຖານທີ່: ບໍ່ຖ່ານຫີນ ຫຼິວເຊິນຢູ, ເມືອງສາງຈື້, ແຂວງຊ່ານຊີ.

​ ໃນເວລານັ້ນ ມີຄົນງານປະຕິບັດໜ້າທີ່ຢູ່ໃຕ້ດິນທັງໝົດ 247 ຄົນ.

ຜູ້ເສຍຊີວິດ: ຢືນຢັນແລ້ວຢ່າງໜ້ອຍ 90 ລາຍ (ຕົວເລກເພີ່ມຂຶ້ນຢ່າງໄວວາຈາກຕອນທຳອິດທີ່ລາຍງານວ່າເສຍຊີວິດພຽງ 4-8 ລາຍ).

ຜູ້ບາດເຈັບ: ມີ 123 ຄົນຖືກນຳສົ່ງໂຮງໝໍ, ໃນນັ້ນມີ 4 ຄົນອາການສາຫັດ (ສ່ວນໃຫຍ່ໄດ້ຮັບຜົນກະທົບຈາກແກ໊ສພິດຄາບອນມອນອອກໄຊ).

ເຈົ້າໜ້າທີ່ກູ້ໄພ ແລະ ແພດຫຼາຍກວ່າ 755 ຄົນ ພ້ອມລົດດັບເພີງ ແລະ ລົດໂຮງໝໍ ໄດ້ເລັ່ງລົງພື້ນທີ່ເພື່ອຄົ້ນຫາຜູ້ຮອດຊີວິດຢ່າງສຸດຄວາມສາມາດ.

​ປະທານປະເທດ ສີ ຈິ້ນຜິງ ໄດ້ອອກຄຳສັ່ງໃຫ້ທຸກພາກສ່ວນ “ທຸ່ມເທທຸກຄວາມພະຍາຍາມ” ໃນການຊ່ວຍເຫຼືອຜູ້ບາດເຈັບ ແລະ ຄົ້ນຫາຜູ້ສູນຫາຍ ພ້ອມທັງເນັ້ນຢ້ຳໃຫ້ມີການສືບສວນຢ່າງລະອຽດ.

ການລົງໂທດ: ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າຄວບຄຸມຕົວຜູ້ບໍລິຫານ ແລະ ຜູ້ມີສ່ວນຮັບຜິດຊອບຂອງບໍລິສັດບໍ່ແຮ່ດັ່ງກ່າວໄວ້ແລ້ວ ເພື່ອດຳເນີນຄະດີຕາມກົດໝາຍ.

ມາດຕະການເດັດຂາດ: ລັດຖະບານຈີນປະກາດຈະລົງໂທດຜູ້ກ່ຽວຂ້ອງຢ່າງຮ້າຍແຮງ ແລະ ສັ່ງກວດກາ-ປາບປາມການເຮັດເໝືອງແຮ່ທີ່ຜິດກົດໝາຍທົ່ວປະເທດທັນທີ.

ແຂວງຊ່ານຊີ ເປັນແຫຼ່ງຜະລິດຖ່ານຫີນທີ່ໃຫຍ່ທີ່ສຸດຂອງຈີນ (ກວມເອົາເກືອບ 1 ໃນ 3 ຂອງປະເທດ). ເຖິງແມ່ນວ່າໃນໄລຍະຜ່ານມາ ຈີນຈະມີມາດຕະການຄວາມປອດໄພທີ່ເຂັ້ມງວດຂຶ້ນ, ແຕ່ອຸບັດຕິເຫດໃນຂະແໜງການນີ້ຍັງຄົງເກີດຂຶ້ນເນື່ອງຈາກການລະເລີຍມາດຕະການຄວາມປອດໄພໃນບາງພື້ນທີ່.

ທີ່ມາ: Vn Express

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles