ຂະຫຍາຍລະບົບນ້ຳປະປາ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ອີກຫຼາຍເມືອງໃນແຂວງວຽງຈັນ

ວັນທີ 22 ພຶດສະພາ 2026 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການສົ່ງເສີມການເຂົ້າເຖິງນໍ້າປະປາ ແລະ ສຸຂາອະນາໄມ ແບບຍືນຍົງ ໂດຍການມີສ່ວນຮ່ວມລະຫວ່າງພາກລັດ, ເອກະຊົນ ແລະ ຊຸມຊົນ ໄລຍະທີ 05 (WOBA 5) ໃຫ້ກຽດເຂົ້າເປັນປະທານໃນຄັ້ງນີ້ໂດຍ ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການສົ່ງເສີມການເຂົ້າເຖິງນ້ຳປະປາ ແລະ ສຸຂາອະນາໄມ ແບບຍືນຍົງ ໂດຍການມີສ່ວນຮ່ວມລະຫວ່າງພາກລັດ, ເອກະຊົນ ແລະ ຊຸມຊົນ(WOBA) ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກມູນນິທິ Charity: Water Foundation ໂດຍຜ່ານອົງການທຣາຍເນັດເວີກ (Thrive Network) ປະຈໍາຢູ່ ສະຫະລັດອາເມລິກາ ແລະ ມູນນິທິອິດມິດເວດ (East Meets West Foundation) ປະຈໍາ ສປປ ລາວ ເປັນຜຸ້ຈັດຕັ້ງປະຕິປັດໂຄງການ.

ຈຸດປະສົງລວມຂອງໂຄງການ ແມ່ນເພື່ອປະກອບສ່ວນໃຫ້ບັນລຸເປົ້າໝາຍຍຸດທະສາດຂອງລັດຖະບານ ສປປ ລາວ ໂດຍເລັ່ງໃສ່ປະຊາຊົນໃນກຸ່ມບ້ານໃຫຍ່ ແລະ ຕົວເມືອງນ້ອຍ ໃຫ້ເຂົ້າເຖິງນ້ຳປະປາ ແລະ ສຸຂາອະນາໄມແບບຍືນຍົງ ແລະ ສົ່ງເສີມບົດບາດຍິງຊາຍ ໃນຊຸມຊົນບົນພື້ນຖານຄວາມສະເໝີພາບ ແລະ ຍຸຕິທຳຕໍ່ຜູ້ທີ່ມີລາຍໄດ້ໜ້ອຍໂດຍສະເພາະແມ່ຍິງ, ຄົນພິການ ໃຫ້ສາມາດເຂົ້າເຖິງນ້ຳປະປາ ໄດ້ຢ່າງເທົ່າທຽມ ແລະ ສາມາດຖອດຖອນເອົາບົດຮຽນ ທີ່ດີໄປຜັນຂະຫຍາຍຢຸ່ບ່ອນອື່ນ; ໂຄງການມີໄລຍະການຈັດຕັ້ງປະຕິບັດ ນັບຕັ້ງແຕ່ໄດ້ຮັບອະນຸມັດບົດບັນທຶກຄວາມເຂົ້າໃຈ ຈົນເຖິງເດືອນ ມັງກອນ 2028.

ໂຄງການສົ່ງເສີມການເຂົ້າເຖິງນໍ້າປະປາ ແລະ ສຸຂາອະນາໄມ ແບບຍືນຍົງ ໂດຍການມີສ່ວນຮ່ວມລະຫວ່າງພາກລັດ, ເອກະຊົນ ແລະ ຊຸມຊົນ ໄລຍະທີ 05 (WOBA 5) ຈະໄດ້ຈັດຕັ້ງປະຕິບັດຢູ່ 04 ພື້ນທີ່, ໃນນີ້ຈະເປັນການກໍ່ສ້າງລະບົບນໍ້າປະປາໃໝ່ 02 ພື້ນທີ່ ແລະ ຂະຫຍາຍສາຍທໍ່ແຈກຈ່າຍນໍ້າປະປາ 02 ພື້ນທີ່ ດັ່ງນີ້:

1). ພື້ນທີ່ເທດສະບານ ເມືອງປາກງື່ມ ແຂວງນະຄອນຫຼວງ: ຈະເປັນການກໍ່ສ້າງລະບົບນໍ້າປະປາໃໝ່, ປະຊາກອນ ຈະໄດ້ຮັບຜົນປະໂຫຍດ ຈໍານວນ 03 ບ້ານຄື: ບ້ານ ໄຮ່, ບ້ານ ສົມສະຫວາດ ແລະ ບ້ານ ສົມປະເສີດ; 913 ຄົວເຮືອນ ແລະ 4,768 ຄົນ;

2).ພື້ນທີ່ເທດສະບານ ເມືອງແມດ ແຂວງວຽງຈັນ: ຈະເປັນການກໍ່ສ້າງລະບົບນໍ້າປະປາໃໝ່ ເຊັ່ນດຽວກັນ, ເຊິ່ງປະຊາກອນຈະໄດ້ຮັບຜົນປະໂຫຍດ ຈໍານວນ 05 ບ້ານຄື: ບ້ານ ເມືອງແມດ, ນາໂພ, ນາປ່ານ, ນໍ້າຮ່ວງ ແລະ ສິສະຫວາດ; 1,095 ຄົວເຮືອນ ແລະ 4,650 ຄົນ;

3).ພື້ນທີ່ເທດສະບານ ເມືອງໝື່ນ ແຂວງວຽງຈັນ: ຈະເປັນການຂະຫຍາຍສາຍທໍ່ແຈກຈ່າຍນໍ້າປະປາ ໃນ 04 ບ້ານຄື: ບ້ານ ນາໝໍ້, ເມືອງໝື່ນ, ນໍ້າແພດ ແລະ ໂພນແສນ, ປະຊາກອນຈະໄດ້ຮັບຜົນປະໂຫຍດ 1,605 ຄົວເຮືອນ ແລະ 9,387 ຄົນ;

4).ພື້ນທີ່ກຸ່ມບ້ານເມືອງເກົ່າ ເມືອງວຽງຄໍາ ແຂວງວຽງຈັນ: ຈະເປັນການຂະຫຍາຍສາຍທໍ່ແຈກຈ່າຍນໍ້າປະປາ ໃນ 07 ບ້ານຄື: ບ້ານ ທ່າໂພໄຊ, ເມືອງເກົ່າ, ເວີນສານ, ນາເຄືອ, ປາກແຈ້ງ, ໂນນສະຫວ່າງ ແລະ ດອນກວາ; ປະຊາກອນຈະໄດ້ຮັບຜົນປະໂຫຍດ 1,893 ຄົວເຮືອນ ແລະ 10,209 ຄົນ.

ທີ່ມາ: ກະຊວງ ໂຍທາທິການ ແລະ ຂົນສົ່ງ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles