ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980-1 ມິຖຸນາ 2026) ເຊິ່ງກົງກັບວັນເດັກນ້ອຍສາກົນ ໃນວັນທີ 25 ພຶດສະພາ 2026 ທີ່ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງ ກສ ຕາງໜ້າໃຫ້ການນຳ ພັກ-ລັດ ກໍຄື ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ທົ່ວສັງຄົມ ເຫັນໄດ້ເຖິງຄວາມສຳຄັນຂອງປ່າໄມ້ ພ້ອມທັງຮ່ວມແຮງຮ່ວມໃຈກັນປົກປັກຮັກສາ ແລະ ຟື້ນຟູປ່າໄມ້ຕາມທິດສີຂຽວ ແລະ ຍືນຍົງ ດັ່ງຄຳໂອວາດຂອງ ທ່ານ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ປ່າໄມ້ ຄືຄຳຂຽວຂອງຊາດ”.
ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍປ່າໄມ້ ແລະ ຄຳສັ່ງຕ່າງໆຂອງນາຍົກລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ສະບັບເລກທີ 2070/ກສ ລົງວັນທີ 19 ພຶດສະພາ 2026 ໂດຍໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນໃນທົ່ວປະເທດ ເພື່ອຈັດຕັ້ງຂະບວນການປູກຕົ້ນໄມ້ ໂດຍມີແຜນເກັບແກ່ນພັນໄມ້ໃຫ້ໄດ້ກວ່າ 121.000 ກິໂລ ແລະ ກ້າເບ້ຍໄມ້ໃຫ້ໄດ້ກວ່າ 25,1 ລ້ານກວ່າເບ້ຍ ປູກໄມ້ໃຫ້ໄດ້ 50.000 ກວ່າເຮັກຕາ.
ສຳລັບ ວັນທີ 1 ມິຖຸນາ 2026 ຈະມີການຈັດພິທີສ້າງຂະບວນການປູກຕົ້ນໄມ້ໃນທົ່ວປະເທດ ເນື້ອທີ່ກວ່າ 7.300 ກວ່າເຮັກຕາ ໂດຍຈະນຳໃຊ້ເບ້ຍໄມ້ທັງໝົດ 4.516.000 ກວ່າເບ້ຍ ສຳລັບຢູ່ ນະຄອນຫຼວງວຽງຈັນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈັດພິທີປູກຕົ້ນໄມ້ໃນເນື້ອທີ່ປະມານ 50 ເຮັກຕາ ນຳໃຊ້ເບ້ຍໄມ້ກວ່າ 80.000 ເບ້ຍ ເຊິ່ງລວມມີພັນໄມ້ມີຄ່າ ເຊັ່ນ: ໄມ້ດູ່ ໄມ້ແຕ້ຂ່າ ໄມ້ຍາງ ໄມ້ແຄນ ໄມ້ວິກ ໄມ້ສັກ ແລະ ໄມ້ກະຖິນເທພາ.
ເນື່ອງໃນໂອກາດ ວັນປູກໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ນີ້ ທ່ານ ປອ ລິນຄຳ ດວງສະຫັວນ ຂໍຮຽກຮ້ອງມາຍັງປວງຊົນລາວທັງຊາດ ຈົ່ງເຊີດຊູ ສະຕິຮັກ ແລະ ຫວງແຫນ ຊັບພະຍາປ່າໄມ້ ປະກອບສ່ວນ ໃນການປູກໄມ້ ແລະ ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະຍາດແຫ່ງຊາດ ໃຫ້ນັບມື້ ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍບໍ່ມີວັນບົກແຫ້ງ ເຮັດໃຫ້ຊັບພະຍາກອນປ່າໄມ້ ປະກອບສ່ວນອັນສຳຄັນ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.
ພິເສດ ປີນີ້ ລັດຖະບານ ໄດ້ຮ່ວມກັບພາກທຸລະກິດ ຈັດກິດຈະກໍາ ຫຼາຍຮູບແບບ ໂດຍສະເພາະ ການຈັດງານມະຫະກຳ ແລ່ນ/ຍ່າງ ເພື່ອປ່າຂອງພວກເຮົາ ແລະ ອາກາດສົດໄສ (Run for our Forest and Clean Air) ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 27 ປີ ໃນລະຫວ່າງວັນທີ 29 ພຶດສະພາ ຫາ ວັນທີ 1 ມິຖຸນາ 2026 ສະນັ້ນ ຂໍຮຽກຮ້ອງໃຫ້ ທົ່ວປວງຊົນ ພ້ອມກັນເຂົ້າຮ່ວມ ໃຫ້ເປັນຂະບວນຟົດຟື້ນ ຊຶ່ງກິດຈະກໍາດັ່ງກ່າວ ຈະເປັນການໃຫ້ຄວາມຮູ້ ແລະ ນໍາສະເໜີເຕັກໂນໂລຊີ-ເຄື່ອງມືທັນສະໄໝ ປູກຈິດສໍານຶກໃຫ້ເຫັນເຖິງຄວາມສໍາຄັນຂອງການຮັກສາປ່າໄມ້ ແລະ ສິ່ງແວດລ້ອມ.
ທີ່ມາ: ວຽງຈັນໃໝ່

