40% ຂອງນັກຮຽນລາວ ເປັນເດັກຊົນເຜົ່າ! ລາວ-ອົດສະຕຣາລີ ເລັ່ງຍົກລະດັບພາສາລາວທົ່ວປະເທດ

ລາວ ແລະ ອົດສະຕຣາລີ ສືບຕໍ່ຮ່ວມມືພັດທະນາການສຶກສາ ໂດຍມຸ່ງເນັ້ນການຍົກລະດັບທັກສະພາສາລາວ ໃຫ້ແກ່ເດັກນ້ອຍຊົນເຜົ່າ ເພື່ອສ້າງໂອກາດໃນການຮຽນຮູ້ຢ່າງເທົ່າທຽມ.

ຄະນະຜູ້ແທນນຳໂດຍ ທ່ານ ປອ. ວົງເພັດ ອຸດົມລິດ ຜູ້ອຳນວຍການ ສວສ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົດສະຕຣາລີ ໄດ້ລົງພື້ນທີ່ແຂວງຫຼວງນ້ຳທາ ເພື່ອຕິດຕາມການນຳໃຊ້ສື່ການສອນ “ຝຶກເວົ້າພາສາລາວ” ສຳລັບນັກຮຽນ ປ.1.

ຜົນຈາກການຕິດຕາມພົບວ່າ ສື່ການຮຽນດັ່ງກ່າວ ຊ່ວຍໃຫ້ເດັກທີ່ໃຊ້ພາສາເຜົ່າຢູ່ເຮືອນ ສາມາດເຂົ້າໃຈພາສາລາວໄດ້ດີຂຶ້ນ ກ້າສື່ສານ ແລະ ມີສ່ວນຮ່ວມໃນການຮຽນການສອນຫຼາຍຂຶ້ນ. ພ້ອມນີ້ ຍັງເປັນການພັດທະນາທັກສະການສອນຂອງຄູອາຈານ ຜ່ານການອົບຮົມ ແລະ ພັດທະນາວິຊາຊີບຢ່າງຕໍ່ເນື່ອງ.

ປັດຈຸບັນ ບົດຮຽນ “ຝຶກເວົ້າພາສາລາວ” ໄດ້ຂະຫຍາຍນຳໃຊ້ໄປທົ່ວປະເທດ ນັບແຕ່ສົກຮຽນ 2024-2025 ແລະ ກຳລັງພັດທະນາຕໍ່ໃນລະດັບ ປ.2 ເພື່ອນຳໃຊ້ໃນສົກຮຽນ 2027-2028.

ທ່ານ ໄມໂຄ ຄາຣີ ກ່າວວ່າ ປະມານ 40% ຂອງນັກຮຽນໃນລາວ ແມ່ນເດັກທີ່ເວົ້າພາສາເຜົ່າ ດັ່ງນັ້ນ ການສົ່ງເສີມການຮຽນພາສາລາວຕັ້ງແຕ່ຂັ້ນເລີ່ມຕົ້ນ ຈຶ່ງເປັນການລົງທຶນທາງການສຶກສາທີ່ສຳຄັນ ເພື່ອໃຫ້ເດັກທຸກຄົນ ສາມາດເຂົ້າເຖິງການຮຽນຢ່າງເທົ່າທຽມ ແລະ ມີຄຸນນະພາບ.

ໂຄງການນີ້ ຖືເປັນອີກກ້າວສຳຄັນ ໃນການພັດທະນາການສຶກສາຂອງລາວ ໂດຍເນັ້ນໃຫ້ເດັກນ້ອຍທຸກກຸ່ມຊົນເຜົ່າ ມີໂອກາດຮຽນຮູ້ ແລະ ເຕີບໂຕໄດ້ຢ່າງເຕັມສັກຍະພາບ.

ທີ່ມາ: VientianeMai

Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles