ເຊິ່ງວັນສຳຄັນລະດັບສາກົນທີ່ຖືກຈັດຕັ້ງຂຶ້ນ ເພື່ອສ້າງແຮງບັນດານໃຈໃຫ້ຜູ້ຄົນທົ່ວໂລກໄດ້ທົບທວນເຖິງຄວາມຝັນ, ເປົ້າໝາຍ ແລະ ແຮງປາຖະໜາຂອງຕົນເອງ ພ້ອມທັງລົງມືປະຕິບັດເພື່ອຫັນຄວາມຝັນໃຫ້ກາຍເປັນຄວາມຈິງ ເໝາະສຳລັບການປຸກໄຟໃນຕົວເອງ ແລະ ວາງແຜນສ້າງອະນາຄົດ ເຈົ້າເດຢາກແບ່ງປັນຄວາມຝັນຂອງເຈົ້າ ຫຼື ບໍ່ວ່າໃນອະນາຄົດມີຄວາມຝັນຢາກເປັນຫຍັງ?
ມາເລີ່ມຕົ້ນສ້າງຄວາມຝັນຂອງທ່ານໃນມື້ນີ້ກັນເລີຍ!
1. ຂຽນເປົ້າໝາຍຂອງທ່ານອອກມາ: ການຂຽນຊ່ວຍໃຫ້ຄວາມຝັນມີຄວາມຊັດເຈນຂຶ້ນ.
2. ແບ່ງເປັນຂັ້ນຕອນຍ່ອຍ: ວາງແຜນລົງມືເຮັດເທື່ອລະກ້າວເພື່ອບໍ່ໃຫ້ຮູ້ສຶກທໍ້ຖອຍ.
3. ເຊື່ອໝັ້ນໃນຕົນເອງ: ບໍ່ມີຄວາມຝັນໃດໃຫຍ່ເກີນໄປ ຖ້າເຮົາມຸ່ງໝັ້ນ ແລະ ພະຍາຍາມ.
ມາຮ່ວມສະຫຼອງວັນຄວາມຝັນໂລກ ດ້ວຍການສົ່ງຕໍ່ພະລັງບວກໃຫ້ກັນ ແລະ ກັນ ເພື່ອໃຫ້ທຸກຄວາມຝັນກາຍເປັນຄວາມຈິງ


