ທ່ານ ໂຄອິຊຶມິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ລົງນາມໃນສັນຍາໃຫ້ການຊ່ວຍເຫຼືອໃນໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຮ່ວມກັບ ຕາງໜ້າອົງການກ່ຽວຂ້ອງຈາກແຂວງຫົວພັນ ໂດຍມີທ່ານ ພອນສຸກ ອິນທະວົງ, ປະທານ ຄະນະກຳມະການປົກຄອງແຂວງຫົວພັນ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ.
ພາຍໃຕ້ໂຄງການດັ່ງກ່າວ, ລັດຖະບານຍີ່ປຸ່ນຈະໃຫ້ການຊ່ວຍເຫຼືອເປັນທຶນຮອນປະມານ 119,000 ໂດລາສະຫະລັດ ເພື່ອສະໜັບສະໜູນການກໍ່ສ້າງອາຄານຮຽນຫຼັງໃໝ່ ແລະ ສະໜອງອຸປະກອນທີ່ຈຳເປັນໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນຫ້ວຍສະແຫຼບ ບ້ານຫ້ວຍສະແຫຼບ ເມືອງຊຳໃຕ້ ແຂວງຫົວພັນ ເພື່ອຍົກລະດັບສະພາບແວດລ້ອມການຮ່ຳຮຽນຂອງນ້ອງນັກຮຽນໃນເຂດເປົ້າໝາຍໃຫ້ມີຄວາມປອດໄພ ແລະ ສະດວກສະບາຍຍິ່ງຂຶ້ນ.
ທ່ານທູດ ໂຄອິຊຶມິ ໄດ້ໃຫ້ຄຳເຫັນ “ອາຄານໃນປັດຈຸບັນໄດ້ເກົ່າແກ່ຊຸດໂຊມລົງຕາມການເວລາ, ມີນໍ້າຝົນໄຫຼຊຶມເຂົ້າໃນຫ້ອງຮຽນເນື່ອງຈາກມີທີ່ຕັ້ງຢູ່ບໍລິເວນເນີນພູ. ເພື່ອແກ້ໄຂບັນຫາດັ່ງກ່າວ, ພວກເຮົາຈຶ່ງເຫັນດີໃຫ້ການຊ່ວຍເຫຼືອເພື່ອຍ້າຍໂຮງຮຽນໄປສູ່ບ່ອນຮາບພຽງທີ່ປອດໄພກວ່າ.
ແລະ ຂ້າພະເຈົ້າຢາກຂໍຄວາມຮ່ວມມືຕໍ່ກັບຫ້ອງການສຶກສາທິການ ແລະ ກິລາເມືອງຊຳໃຕ້ ໃຫ້ພະຍາຍາມສຸດຄວາມສາມາດເພື່ອຮັກສາ ແລະ ຄຸ້ມຄອງໂຄງການດັ່ງກ່າວຫຼັງຈາກກໍ່ສ້າງສຳເລັດແລ້ວ.”
ໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ແມ່ນ ການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດກຳລັງພັດທະນາ ເຊິ່ງລວມເຖິງປະເທດລາວ.
ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ”.
ຂໍ້ມູນ: Embassy of Japan in Laos


