ໃນວັນທີ 24 ກັນຍາ 2026, ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ແຈ້ງການເປີດຮັບສະໝັກນັກຮຽນຈົບຊັ້ນ ມ.7 ເພື່ອເຂົ້າຮຽນສາຍຄູ ລະດັບປະລິນຍາຕີ ທີ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ປະຈຳສົກຮຽນ 2026-2027 ໂດຍຮັບຈຳນວນທັງໝົດ 121 ທຶນ.
ໃນນັ້ນ ປະກອບມີ: ສາຂາຄູປະຖົມ 86 ທຶນ, ຄູອະນຸບານ 9 ທຶນ ແລະ ຄູມັດທະຍົມ 26 ທຶນ.
ຜູ້ສະໝັກຕ້ອງເປັນນັກຮຽນທີ່ມີຄຸນສົມບັດດີ, ມີຜົນການຮຽນດີ, ອາຍຸບໍ່ເກີນ 22 ປີ, ມີຊີວະປະຫວັດຈະແຈ້ງ, ບໍ່ເຄີຍຕ້ອງໂທດຄະດີອາຍາ ແລະ ມີສຸຂະພາບແຂງແຮງຕາມເງື່ອນໄຂ.
ສຳລັບເອກະສານສະໝັກ ຕ້ອງຂຽນໃບສະໝັກດ້ວຍຕົນເອງ ແລະ ນຳສຳເນົາໃບປະກາດ ພ້ອມໃບຄະແນນຈົບຊັ້ນ ມ.7 ມາປະກອບ.
ກຳນົດເປີດຮັບສະໝັກແຕ່ວັນທີ 24 ຫາ 30 ກັນຍາ 2026 ໃນໂມງລັດຖະການ ທີ່ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ.
ສາມາດສອບຖາມລາຍລະອຽດ ຫຼື ຕິດຕໍ່ສະໝັກໄດ້ທີ່ 020 5555 1645 (ອາຈານ ສີສຸພັນ).
ສ່ວນນັກຮຽນທີ່ເຄີຍລົງທະບຽນສະໝັກຮຽນຢູ່ວິທະຍາໄລຄູສາລະວັນແລ້ວ ຕ້ອງມາສະໝັກຄືນໃໝ່ ເນື່ອງຈາກສະຖານທີ່ຮຽນໄດ້ປ່ຽນຈາກ ວິທະຍາໄລຄູສາລະວັນ ເປັນ ມະຫາວິທະຍາໄລສ້າງຄູແຫ່ງຊາດ. ຈຶ່ງຂໍໃຫ້ຜູ້ສົນໃຈດຳເນີນການສະໝັກໃຫ້ທັນຕາມກຳນົດ.


