ແຂວງຄຳມ່ວນ ເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ກັບການອະນຸລັກທຳມະຊາດ “ຂຸນນ້ຳພອນ” ຢູ່ເຂດບ້ານຜາແຫຼມ ເມືອງທ່າແຂກ ໃນວັນທີ 23 ກັນຍາ 2026 ລະຫວ່າງຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວ.
ຕາງໜ້າລົງນາມຝ່າຍແຂວງແມ່ນ ທ່ານ ພາກອນ ແກ້ວມະນີ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຄຳມ່ວນ ແລະ ຝ່າຍບໍລິສັດແມ່ນ ທ່ານ ຄຳບີ້ ລັດຕະນະວົງ ປະທານບໍລິສັດ. ພິທີມີທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ທ່ານ ສັກດາ ແກ້ວມະນີໄຊ ປະທານຄະນະກຳມະການປົກຄອງເມືອງທ່າແຂກ ພ້ອມດ້ວຍຕາງໜ້າພະແນກການ, ຂະແໜງການ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໂຄງການ “ຂຸນນ້ຳພອນ” ກຳນົດເປັນ 20 ເຂດ, ໃນນັ້ນມີ 5 ເຂດພັດທະນາ ແລະ 15 ເຂດອະນຸລັກ, ໂດຍມີອາຍຸສັນຍາສຳປະທານ 50 ປີ.
ໂຄງການມີມູນຄ່າລົງທຶນລວມ 1.207.350 ໂດລາສະຫະລັດ ແລະ ທຶນຈົດທະບຽນ 500.000 ໂດລາສະຫະລັດ. ການເຊັນສັນຍາດຳເນີນຕາມຂໍ້ຕົກລົງປະທານຄະນະກຳມະການປົກຄອງແຂວງ ເລກທີ 061/ຄລທ.ຄມ ລົງວັນທີ 5 ສິງຫາ 2026 ວ່າດ້ວຍການອະນຸມັດໃຫ້ເຊັນສັນຍາສຳປະທານ.
ການພັດທະນາຄັ້ງນີ້ ມຸ່ງເນັ້ນການພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ກັບການອະນຸລັກທຳມະຊາດ ໂດຍຈັດແບ່ງເຂດພັດທະນາ ແລະ ເຂດອະນຸລັກອອກຈາກກັນຢ່າງຊັດເຈນ ຕາມໂຄງການທີ່ກຳນົດ.
ທີ່ມາ: ປະເທດລາວ


