ສະຫາຍ ຄຳໂພໄຊ ໄຊຍະເສນາ, ເລຂາພັກເມືອງສະໜາມໄຊ, ໄດ້ລາຍງານຜົນສຳເລັດກວດກາລັດ ຄຸ້ມຄອງທີ່ດິນ-ປ່າໄມ້ ແລະ ຊັບສິນຂອງລັດ ໃນໄລຍະ 5 ປີຜ່ານມາ ໃນວັນທີ 23 ກັນຍາ 2026 ວ່າ: ເມືອງສະໜາມໄຊໄດ້ສົມທົບກັບອົງການກວດກາລັດແຂວງ ແລະ ພາກສ່ວນກ່ຽວຂ້ອງ ດຳເນີນການກວດກາຕາມແຜນ ແລະ ຕາມຄຳສັ່ງ ໃນຫຼາຍຂົງເຂດ.
ສະຫາຍ ຄຳໂພໄຊ ໄຊຍະເສນາ, ເລຂາພັກເມືອງສະໜາມໄຊ, ໄດ້ລາຍງານວ່າ: ການກວດກາການບຸກລຸກທີ່ດິນຂອງລັດ ແລະ ເຂດປ່າຜະລິດ-ປ່າປ້ອງກັນ ພົບກໍລະນີຕິດພັນກັບ 8 ບໍລິສັດ ແລະ 2 ບຸກຄົນ, ລວມເນື້ອທີ່ 5,860.34 ເຮັກຕາ, ນອກນັ້ນ ຍັງໄດ້ກວດກາການນຳໃຊ້ທີ່ດິນໃນຫຼາຍເຂດ ລວມທັງການກວດຄືນພື້ນທີ່ ທີ່ສະເໜີຂໍສຳປະທານ 5,100 ເຮັກຕາ, ໂດຍຜົນການກວດຄືນຕາມຈຸດພິກັດພົບວ່າ ມີເນື້ອທີ່ 4,700 ເຮັກຕາ ຕິດພັນກັບເຂດປ່າຜະລິດ ແລະ ເຂດປ່າປ້ອງກັນ.
ສ້າງບົດບັນທຶກ 369 ສະບັບ ແລະ ກັກຍຶດໄມ້ 206.201 ແມັດກ້ອນ
ຈາກການກວດກາການບຸກລຸກປ່າໄມ້ ແລະ ທີ່ດິນ ໄດ້ສ້າງບົດບັນທຶກກັບບຸກຄົນ ແລະ ປະຊາຊົນຕາມແຕ່ລະເປົ້າໝາຍ 369 ສະບັບ ແລະ ດຳເນີນມາດຕະການຕາມກົດໝາຍ.
ສາມາດກັກຍຶດໄມ້ໄດ້ທັງໝົດ 206.201 ແມັດກ້ອນ, ໃນນີ້ ໄມ້ຕັບ 111.078 ແມັດກ້ອນ ແລະ ໄມ້ເສັ້ນ 95.123 ແມັດກ້ອນ; ປະມູນຂາຍໄດ້ 179.186 ແມັດກ້ອນ, ມູນຄ່າ 564,779,468 ກີບ. ພ້ອມກັນນີ້ ຍັງກັກຍຶດລົດຈົກ 8 ຄັນ, ຈັກສະຕິນ 90 ກວ່າເຄື່ອງ ແລະ ປືນຟູມ 27 ກະບອກ ລວມທັງອຸປະກອນອື່ນໆ.
ສຳລັບການກວດກາໂຄງການຂອງບໍລິສັດ ຕາເຣີນ-ລາວຈຽນຕາ ຢູ່ບ້ານຈັນຕໍ ພົບມູນຄ່າຄວາມເສຍຫາຍດ້ານຊັບພະຍາກອນປ່າໄມ້ 6,620,985,970 ກີບ, ຈາກບໍລິມາດໄມ້ 3,131.068 ແມັດກ້ອນ.
ຂໍ້ມູນຈາກ: ຂ່າວສານອອນລາຍ ອັດຕະປື


