ຄະນະກຳມະການປົກຄອງນະຄອນປາກເຊ ໄດ້ອອກແຈ້ງການ ໃຫ້ບັນດາຫ້ອງການທີ່ກ່ຽວຂ້ອງ, ເລຂາຄະນະພັກຮາກຖານ V ກຸ່ມບ້ານ, ນາຍບ້ານ 42 ບ້ານ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ໃນຂອບເຂດປາກເຊ ເພີ່ມທະວີເອົາໃຈໃສ່ ຄຸ້ມຄອງສັດລ້ຽງ ທີ່ອອກມາຕາມເສັ້ນທາງ 13 ເໜືອ-ໃຕ້, ສາລາຂຽວດົງຈອງ ແລະ ສະຖານທີ່ສາທາລະນະຕ່າງໆ ໂດຍບໍ່ມີຜູ້ຄຸ້ມຄອງ ຊຶ່ງອາດກໍ່ໃຫ້ເກີດອຸບັດຕິເຫດຕໍ່ຊີວິດ ແລະ ຊັບສິນ.
ຕາມແຈ້ງການລະບຸຢ່າງລະອຽດວ່າ ຫາກເຈົ້າຂອງສັດປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ) ຊະຊາຍ ຈະຖືກປັບໄໝຄັ້ງທີ 1 ຈຳນວນ 1 ລ້ານກີບ/ໂຕ/ຄັ້ງ ພ້ອມເສຍຄ່າຂົນຍ້າຍ-ຄ່າປົກປັກຮັກສາ; ຄັ້ງທີ 2 ປັບໄໝຄູນ 2 ເທົ່າ; ແລະ ຫາກເກີນກຳນົດ 7 ວັນ ຫຼື ລະເມີດອີກ ຈະຖືກຮິບເປັນຂອງລັດ ໂດຍສັດທີ່ຈັບໄດ້ຈະມອບໃຫ້ກອງບັນຊາການທະຫານນະຄອນປາກເຊ ເປັນຜູ້ຮັກສາລ້ຽງດູ.
ນອກຈາກນີ້ ຍັງມີຂໍ້ຫ້າມອື່ນໆ ເຊັ່ນ ຫ້າມລ້ຽງສັດໃນເຂດຊຸມຊົນ-ເທດສະບານ, ຫ້າມນຳໃຊ້ສານເຄມີອັນຕະລາຍ ແລະ ຫາກສັດລ້ຽງສ້າງຄວາມເສຍຫາຍຕໍ່ພຶດຜົນ ຫຼື ຊັບສິນສາທາລະນະ ເຈົ້າຂອງຈະຕ້ອງຮັບຜິດຊອບຕາມກົດໝາຍ ພ້ອມທັງໃຫ້ຊາວກະສິກອນເອົາໃຈໃສ່ສ້າງຄອກ, ຜູກມັດສັດ ແລະ ສັກຢາກັນພະຍາດໃຫ້ໄດ້ 80% ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍພາຍໃນຕົວເມືອງ.
ຄັດຈາກ: ໜັງສືພິມຈຳປາໃໝ່


