ໃນຕອນແລງຂອງວັນທີ 19 ກັນຍາ 2026 ທີ່ຜ່ານມາ, ຢູ່ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ນະຄອນຫຼວງວໍຊິງຕັນ ດີຊີ, ສະຫະລັດອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຮ່ວມງານພົບປະໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວ ທີ່ເດີນທາງມາຈາກບັນດາລັດໃນ ອາເມລິກາ ແລະ ການາດາ ຈຳນວນຫຼາຍກວ່າ 200 ທ່ານ.
ງານດັ່ງກ່າວຈັດຂຶ້ນໂດຍການກ່າວຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ພູໂຂງ ສີສຸລາດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ອາເມລິກາ ແລະ ການາດາ ພ້ອມດ້ວຍການເຂົ້າຮ່ວມຂອງຄະນະຜູ້ຕາງໜ້າຖາວອນ, ການນຳແນວລາວສ້າງຊາດ, ປະທານສະມາຄົມ HBK, ປະທານສະຫະພັນບານເຕະລາວອາເມລິກາເໜືອ (NALSF) ແລະ ຜູ້ຕາງໜ້າສະມາຄົມ-ມູນນິທິຕ່າງໆ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊຸມຊົນຄົນເຊື້ອຊາດລາວໄດ້ຮັບຊາບເຖິງຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ, ບັນດາຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ຄວາມຄືບໜ້າທີ່ໜັກແໜ້ນຂອງລັດຖະບານ ໃນການນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.
ທ່ານໄດ້ເນັ້ນຢ້ຳວ່າ ລັດຖະບານລາວ ຍາມໃດກໍຖືວ່າພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ເປັນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດ, ພ້ອມທັງຍໍ້ຍໍຊົມເຊີຍນ້ຳໃຈຮັກຊາດ, ການອະນຸລັກຮັກສາວັດທະນະທຳອັນດີງາມ ແລະ ບົດບາດອັນຕັ້ງໜ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ກັບ ອາເມລິກາ ແລະ ການາດາ.
ພ້ອມກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວ ລວມທັງຄົນຮຸ່ນໃໝ່ ອວາຍໜ້າຫາປະເທດຊາດ, ກັບຄືນໄປຢ້ຽມຢາມບ້ານເກີດ, ທ່ອງທ່ຽວ, ດຳເນີນທຸລະກິດ, ປະກອບສ່ວນຄວາມຮູ້-ເຕັກນິກວິຊາການເຂົ້າໃນການພັດທະນາປະເທດຊາດ ຫຼື ກັບໄປຢູ່ລາວແບບຖາວອນເມື່ອຮອດອາຍຸບໍານານ. ນອກຈາກນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ຄວາມສະໝານສາມັກຄີຂອງຊຸມຊົນລາວ ໃນການຕ້ອນຮັບທີມເຕະບານເຍົາວະຊົນລາວ W.I.G NAGA ຢ່າງຈົບງາມ, ພ້ອມທັງເນັ້ນໃຫ້ສືບຕໍ່ປົກປັກຮັກສາຮີດຄອງປະເພນີ ແລະ ເອກະລັກຄວາມເປັນລາວຢ່າງມີກຽດສະຫງ່າ.
ບັນຍາກາດຂອງງານໄດ້ດຳເນີນໄປຢ່າງສະໜິດສະໜົມ, ເປັນກັນເອງ ແລະ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ໂດຍໄດ້ມີການຮ່ວມຮັບປະທານອາຫານຄຳ່ ແລະ ຊົມການສະແດງສິລະປະວັດທະນະທຳລາວ ຈາກລູກຫຼານລາວ ເມືອງໂລແວວ, ລັດແມັດຊາຈູເຊັດ.
ພີ່ນ້ອງຄົນເຊື້ອຊາດລາວທີ່ເຂົ້າຮ່ວມ ທຸກຕ່າງກໍສະແດງຄວາມພູມໃຈ ແລະ ດີໃຈຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະໂອ້ລົມກັບການນຳຂັ້ນສູງຂອງ ສປປ ລາວ ຢ່າງໃກ້ຊິດຕິດແທດ.
ທີ່ມາ: ຂ່າວສານປະເທດລາວ


