ທ່ານ ສີ ຈິ້ນຜິງ” ຖືກຈັດໃຫ້ເປັນຜູ້ນຳຜູ້ຊົງອິດທິພົນລະດັບໂລກ

ວາລະສານຊື່ດັງລະດັບໂລກ TIME ໄດ້ປະກາດຜົນການຈັດອັນດັບ TIME100 ບຸກຄົນຜູ້ຊົງອິດທິພົນສູງທີ່ສຸດໃນໂລກປະຈຳປີ 2026 ໂດຍ ທ່ານ ສີ ຈິ້ນຜິງ ປະທນາາທິບໍດີແຫ່ງ ສປ ຈີນ ຍັງຄົງຮັກສາບົດບາດຄວາມເປັນຜູ້ນຳລະດັບໂລກໄວ້ໄດ້ຢ່າງໜັກແໜ້ນ ດ້ວຍການສ້າງສະຖິຕິ ຕິດລາຍຊື່ເປັນຄັ້ງທີ່ 14 ເຊິ່ງຖືວ່າເປັນຈຳນວນຄັ້ງທີ່ຫຼາຍທີ່ສຸດກວ່າບຸກຄົນໃດໆທັງໝົດໃນການຈັດອັນດັບປີນີ້.

ເຫດຜົນທີ່ເຮັດໃຫ້ “ທ່ານ ສີ ຈິ້ນຜິງ” ຄອງຄວາມເປັນຜູ້ນຳຜູ້ຊົງອິດທິພົນລະດັບໂລກ

1. ບົດບາດສຳຄັນໃນເວທີມະຫາອຳນາດ: ໃນຖານະຜູ້ນຳຂອງປະເທດຈີນ ເຊິ່ງເປັນກຳລັງຫຼັກທັງທາງດ້ານເສດຖະກິດ, ການເມືອງ ແລະ ຍຸດທະສາດລະຫວ່າງປະເທດ ທີ່ມີຜົນກະທົບໂດຍກົງຕໍ່ທິດທາງຂອງໂລກ.

2. ການຂັບເຄື່ອນເຕັກໂນໂລຊີ ແລະ ຄວາມໝັ້ນຄົງ: ຈີນຍັງຄົງເປັນຜູ້ນຳໃນດ້ານນະວັດຕະກຳ ແລະ ເທັກໂນໂລຊີອັດສະລິຍະ (AI) ລວມເຖິງການເຈລະຈາ ແລະ ຄວາມຮ່ວມມືລະດັບສາກົນເພື່ອຮັບມືກັບຄວາມທ້າທ້າຍຂອງໂລກຍຸກໃໝ່.

3. ຄວາມຕໍ່ເນື່ອງທາງອຳນາດ: ການປາກົດຊື່ໃນ TIME100 ເຖິງ 14 ຄັ້ງ ທ້ອນໃຫ້ເຫັນເຖິງອິດທິພົນທີ່ຍາວນານ ແລະ ຄວາມໝັ້ນຄົງໃນການກຳນົດນະໂຍບາຍທີ່ມີຜົນຕໍ່ປະຊາກອນຫລາຍກວ່າ 1,400 ລ້ານຄົນ ແລະ ເສດຖະກິດໂລກ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles