ວັນທີ 21 ພຶດສະພາ 2026 ນີ້ ນຳໂດຍ ທ່ານ ບົວລົມ ອິນທີທະວົງ ປະທານຄະນະກຳມະການປົກຄອງເມືອງນອງ, ທ່ານ ສາຄຳ ກຽດຕະວົງສາ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ອຳນາດການປົກຄອງ, ພ້ອມພາກສ່ວນກ່ຽວຂ້ອງ ແລະ ໜ່ວຍງານກວດກາປ່າໄມ້ເຂົ້າຮ່ວມເປັນສັກຂີພະຍານ.
ກ່ອນຈະປ່ອຍສັດປ່າຄືນສູ່ທຳມະຊາດນັ້ນທາງການນຳຂອງເມືອງ ແລະ ພົນລະເມືອງດີ ແມ່ນໄດ້ນຳເອົາລິ່ນ 3 ໂຕ ເຂົ້າວັດເພື່ອເຮັດພິທີທາງສາສະໜາ ແລ້ວຈຶ່ງນຳເອົາໄປປ່ອຍ, ລິ່ນຈຳນວນ 2 ໂຕ ມີນ້ຳໜັກໂຕລະ 2 ໂລກວ່າ ແລະ ລູກຫຼິ່ນນ້ຳໜັກ 7 ກຣາມປາຍ, ລວມນ້ຳໜັກທັງໝົດ 6 ກິໂລປາຍ.
ສັດດັ່ງກ່າວໄດ້ມາຈາກພົນລະເມືອງດີໄຖ່ເອົານໍາປະຊາຊົນທີ່ໄດ້ມາຈາກການໄປຊອກຢູ່ຫາກິນຕາມທໍາມະຊາດ ແລ້ວມາມອບໃຫ້ພາກສ່ວນທາງການທີ່ກ່ຽວຂ້ອງ ເພື່ອນໍາໄປປ່ອຍຄືນສູ່ທຳມະຊາດ ເພາະເປັນສັດທີ່ໃກ້ສູນພັນ ແລະ ເປັນປະເພດສັນທີ່ຫວງຫ້າມ, ເປັນສັດທີ່ສະຫງວນ ການປ່ອຍສັດປ່າຄືນສູ່ທຳມະຊາດແມ່ນການຊ່ວຍເຫຼືອສິ່ງແວດລ້ອມທີ່ດີ, ແຕ່ຕ້ອງເຮັດຢ່າງຖືກວິທີເພື່ອຄວາມປອດໄພຂອງສັດ ແລະ ລະບົບນິເວດ.
ທີ່ມາ: ຄະນະໂຄສະນາອົບຮົມເມືອງນອງ

