ສະຖານະການ ການແຜ່ລະບາດຂອງ ເຊື້ອໄວຣັສອີໂບລາ (Ebola) ໃນທະວີບອາຟຣິກາ ໂດຍສະເພາະປະເທດກົງໂກ ພວມເຂົ້າສູ່ຂັ້ນວິກິດ ຫຼັງຈາກພົບຜູ້ຕິດເຊື້ອລາຍໃໝ່ກະຈາຍອອກໄປເປັນວົງກວ້າງ ຫຼາຍຮ້ອຍກິໂລແມັດ ແລະ ລາມໄປຮອດປະເທດເພື່ອນບ້ານຢ່າງ ອູການດາ ແລ້ວ.
ອັບເດດຕົວເລກຫຼ້າສຸດ (ໜ້າເປັນຫ່ວງ):
ເສຍຊີວິດແລ້ວ: 160 ລາຍ (ກຸ່ມຕ້ອງສົງໄສຕິດເຊື້ອ).
ຜູ້ປ່ວຍສະສົມ: 670 ລາຍ.
ຢືນຢັນຜົນກວດເປັນບວກ (ຕິດເຊື້ອແທ້): 61 ລາຍ.
ເປັນຫຍັງຄັ້ງນີ້ຈຶ່ງອັນຕະລາຍກວ່າເກົ່າ?
ສາຍພັນໃໝ່ນີ ບໍ່ມີວັກຊີນປ້ອງກັນ: ເຊື້ອທີ່ລະບາດຮອບນີ້ແມ່ນ “ສາຍພັນບັນດິບູກຽວ” (Bundibugyo) ເຊິ່ງໃນປັດຈຸບັນ “ຍັງບໍ່ມີວັກຊີນປ້ອງກັນ” ແລະ ຍັງບໍ່ມີຢາຮັກສາໂດຍກົງ.
ອົງການອະນາໄມໂລກ (WHO) ໄດ້ປະກາດໃຫ້ການລະບາດຄັ້ງນີ້ເປັນ “ພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ” ແລ້ວ.
ປະເທດອູການດາ ໄດ້ສັ່ງ “ໂຈະທຸກຖ້ຽວບິນ” ທີ່ໄປ-ມາ ຈາກປະເທດກົງໂກທັນທີ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອລາມເຂົ້າປະເທດ.
ເຖິງວ່າການລະບາດຈະຢູ່ທະວີບອາຟຣິກາ, ຈະຫ່າງໄກຈາກປະເທດລາວກໍ່ຕາມ, ແຕ່ໃນຍຸກປັດຈຸບັນທີ່ມີການເດີນທາງຂ້າມປະເທດຢ່າງສະດວກ, ພວກເຮົາທຸກຄົນບໍ່ຄວນປະໝາດ. ນີ້ຄືສິ່ງທີ່ຄົນລາວເຮົາຄວນຮູ້ ແລະ ກຽມພ້ອມ:
ສັງເກດອາການເບື້ອງຕົ້ນ:
ໄວຣັສອີໂບລາ ຕິດຕໍ່ຜ່ານການສໍາຜັດ(ເລືອດ, ນໍ້າລາຍ, ເຫື່ອ) ຂອງຜູ້ປ່ວຍ.
ອາການທີ່ຕ້ອງລະວັງມີດັ່ງນີ້:
ມີໄຂ້ສູງ, ເຈັບຫົວ, ອ່ອນເພຍ, ເຈັບກ້າມຊີ້ນ.
ມີອາການຮາກ, ຖອກທ້ອງ.
ມີເລືອດອອກຕາມຮ່າງກາຍ (ເຊັ່ນ: ອອກຕາມເຫງືອກ, ຜິວໜັງ ຫຼື ຮາກເປັນເລືອດ).
ວິທີປ້ອງກັນ:
ຫຼີກລ່ຽງການເດີນທາງ: ຖ້າບໍ່ຈໍາເປັນ, ຄວນງົດການເດີນທາງໄປປະເທດໃນທະວີບອາຟຣິກາທີ່ມີການລະບາດໃນໄລຍະນີ້.
ກິນສຸກ, ດື່ມສະອາດ: ຫຼີກລ່ຽງການກິນ “ຊີ້ນປ່າ” ຫຼື ສັດປ່າທຸກຊະນິດ (ໂດຍສະເພາະ ລີງ, ເຈຍ) ເພາະເປັນພາຫະນະນໍາເຊື້ອທີ່ສໍາຄັນ.
ໝັ່ນລ້າງມືດ້ວຍສະບູ ຫຼື ເຈວແອວກໍຮໍເລື້ອຍໆ, ຫຼີກລ່ຽງການສໍາຜັດໃກ້ຊິດກັບຜູ້ທີ່ມີອາການຄ້າຍຄືໄຂ້ຫວັດໃຫຍ່ ຫຼື ມີໄຂ້ສູງ.
ຕິດຕາມຂໍ້ມູນຂ່າວສານຈາກກະຊວງສາທາລະນະສຸກຂອງລາວຢ່າງໃກ້ຊິດ, ບໍ່ແຕກຕື່ນກັບຂ່າວປອມ (Fake News).
ຫາກທ່ານ ຫຼື ຄົນໃກ້ຊິດ ຫາກເດີນທາງມາຈາກຕ່າງປະເທດ ແລ້ວມີອາການໄຂ້ສູງຮ່ວມກັບມີເລືອດອອກຕາມຮ່າງກາຍ, ໃຫ້ຟ້າວໄປໂຮງໝໍທັນທີ ແລະ ຕ້ອງແຈ້ງປະຫວັດການເດີນທາງໃຫ້ແພດຊາບຢ່າງລະອຽດ.
ທີ່ມາ: CNA
Lao Youth Radio FM90MHz

