ໃນວັນທີ 21 ພຶດສະພາ 2026 ນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ບໍລິສັດອຳມະຕະລາວ ລ້າງຊ້າງ ຈຳກັດຜູ້ດຽວ ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້, ສຳຫຼວດ-ອອກແບບ ໂຄງການປະຕູນ້ຳ ລຽບແຄມແມ່ນ້ຳຂອງ ເຂດເມືອງສັງທອງ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຕາງໜ້າລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ ຝ່າຍລັດ ໂດຍ ທ່ານ ປອ ຄຳພະຈັນ ວົງຊະນະ ຫົວໜ້າກົມຊົນລະປະທານ, ຕາງໜ້າເຊັນຝ່າຍ ບໍລິສັດ ໂດຍ ທ່ານ ອາລາວອນ ວົງສັນຕິ ປະທານ ບໍລິສັດ ອຳມະຕະລາວລ້າງຊ້າງ ຈຳກັດຜູ້ດຽວ ເຊັນເປັນສັກຂີພິຍານ ຝ່າຍລັດ ໂດຍ ທ່ານ ນາງ ທອງຈັນ ອະຄະມາເຂດ ຫົວໜ້າຫ້ອງການກະຊວງ, ທ່ານ ປອ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື, ເຊັນເປັນສັກຂີພິຍານ ຝ່າຍ ບໍລິສັດ ໂດຍ ທ່ານ ຫູ ເຈົ້າເວິນ, ທ່ານ ຈອງ ຫົງເຫວີຍ ຮອງປະທານ ບໍລິສັດ ອຳມະຕະລາວລ້າງຊ້າງ ຈຳກັດຜູ້ດຽວ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.
ຕາມການສຶກສາ, ສຳຫຼວດ-ອອກແບບ ໂຄງການກໍ່ສ້າງປະຕູນ້ຳລຽບຕາມແຄມນ້ຳຂອງ ເຂດປະຕູນ້ຳ ເມືອງ ສັງທອງ ຈຳນວນ 7 ຈຸດ, ໂຄງການກໍ່ສ້າງປະຕູນ້ຳລຽບຕາມແຄມນ້ຳຂອງ ແລະ ແມ່ນ້ຳສາຂາ ເປັນໂຄງການບຸລິມະສິດສຳຄັນ ໃນການພັດທະນາ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ໃນໄລຍະ ລະດູຝົນ ແລະ ຍັງສາມາດເກັບກັກນ້ຳ ໄວ້ໃຊ້ ເຮັດການຜະລິດກະສິກຳ ໃນລະດູແລ້ງ ຕາມແຜນພັດທະນາ ຊົນລະປະທານ ແຕ່ປີ 2026-2030 ພ້ອມທັງ ສ້າງລາຍຮັບໃຫ້ແກ່ປະຊາຊົນ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ປະກອບສ່ວນ ສະໜັບສະໜູນແຜນງານຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ແຜນງານຜະລິດ ກະສິກຳເປັນສິນຄ້າ ແລະ ພັດທະນາຊົນນະບົດ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ວາງອອກ.
ທີ່ມາຂ່າວ-ພາບ: ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ
ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ




