ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ມອບທຶນ 525 ລ້ານກີບ ລົງກວດສຸຂະພາບໃຫ້ແກ່ປະຊາຊົນໃນ 7 ບ້ານເປົ້າໝາຍ ຢູ່ເມືອງວິລະບູລີ

ທີ່ ເມືອງວີລະບູລີ, ແຂວງສະຫວັນນະເຂດ – ພາຍໃຕ້ຄວາມເຊື່ອໝັ້ນວ່າ “ສຸຂະພາບທີ່ດີຂອງຊຸມຊົນ ແມ່ນຮາກຖານອັນສຳຄັນທີ່ສຸດຂອງການພັດທະນາທີ່ຍືນຍົງ”, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ຈຶ່ງບໍ່ເຄີຍຢຸດນິ້ງໃນການດູແລເອົາໃຈໃສ່ ແລະ ຍົກລະດັບຄຸນນະພາບຊີວິດຂອງພີ່ນ້ອງປະຊາຊົນໃນເຂດອ້ອມຂ້າງໂຄງການ. ເມື່ອບໍ່ດົນມານີ້, ບໍລິສັດ ໄດ້ສືບຕໍ່ມອບທຶນສະໜັບສະໜູນມູນຄ່າ 525,500,000 ກີບ ເພື່ອຮ່ວມມືກັບຫ້ອງການສາທາລະນະສຸກເມືອງ ແລະ ໂຮງໝໍເມືອງວີລະບູລີ ຈັດຕັ້ງປະຕິບັດໂຄງການລົງກວດສຸຂະພາບໃຫ້ແກ່ປະຊາຊົນໃນ 7 ບ້ານເປົ້າໝາຍ ທີ່ນອນຢູ່ໃນເຂດອ້ອມຂ້າງ ໂຄງການ ບໍ່ຄໍາ-ທອງ ເຊໂປນ ພາຍໃຕ້ແຜນງານປະເມີນຜົນກະທົບທາງດ້ານສຸຂະພາບ (HIA) ປີ 2026.

ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາຢ່າງຕໍ່ເນື່ອງແຕ່ຕົ້ນປີ 2025 ເພື່ອຕິດຕາມສຸຂະພາບຂອງຊຸມຊົນອ້ອມຂ້າງເຂດໂຄງການຢ່າງໃກ້ຊິດ. ສຳລັບ 2026 ນີ້, ທີມແພດໝໍຊ່ຽວຊານພ້ອມດ້ວຍອຸປະກອນການແພດທີ່ທັນສະໄໝ ໄດ້ລົງເຄື່ອນໄຫວໃນລະຫວ່າງວັນທີ 20 ມີນາ ຫາ 10 ເມສາ 2026. ເປົ້າໝາຍການລົງກວດກາແມ່ນກວມເອົາປະຊາຊົນຈຳນວນ 405 ຄົນ ຈາກ 7 ບ້ານ ຄື: ບ້ານ ນາເທນເຮຍ, ບ້ານ ນາກະຈັນ, ບ້ານ ຊຽງແລ, ບ້ານ ນາແກ, ບ້ານ ໃໝ່ນາແມງ, ບ້ານນາໂພ ແລະ ບ້ານນໍ້າຄືນໃນ. ໃນນີ້, ຈະເນັ້ນໃຫ້ການບໍລິການແກ່ກຸ່ມເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຈຳນວນ 87 ຄົນ ແລະ ກຸ່ມໄວໜຸ່ມຮອດຜູ້ສູງອາຍຸ (6 ຫາ 70 ປີ) ຈຳນວນ 318 ຄົນ.

ການລົງພື້ນທີ່ໃນຄັ້ງນີ້ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຮັບການປະເມີນສຸຂະພາບທີ່ຊັດເຈນ ແລະ ໄດ້ມາດຕະຖານ, ການລົງພື້ນທີ່ໃນຄັ້ງນີ້ໄດ້ນຳເອົາອຸປະກອນທາງການແພດທີ່ທັນສະໄໝ ແລະ ທີມແພດໝໍຊ່ຽວຊານ ໄປໃຫ້ບໍລິການແບບຄົບວົງຈອນ ເຊັ່ນ: ການເຈາະເລືອດກວດຫາພະຍາດຕ່າງໆ (ລວມເຖິງກວດການເຮັດວຽກຂອງໄຂ່ຫຼັງ, ຕັບ ແລະ ໄຂມັນ), ກວດຍ່ຽວ, ກວດອາຈົມ, ກວດຄື້ນໄຟຟ້າຫົວໃຈ (EKG) ແລະ ຍັງມີການຊ່ອງໄຟຟ້າປອດ (Digital X-ray) ໂດຍສະເພາະແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ. ການກວດກາຢ່າງລະອຽດເຫຼົ່ານີ້ ຈະຊ່ວຍໃຫ້ສາມາດກວດພົບຄວາມສ່ຽງຂອງພະຍາດໄດ້ແຕ່ຫົວທີ ເຊິ່ງຈະນຳໄປສູ່ການປິ່ນປົວທີ່ທັນເວລາ ແລະ ມີປະສິດທິພາບ.

ນອກຈາກການບໍລິການກວດ ແລະ ປິ່ນປົວເບື້ອງຕົ້ນແລ້ວ, ຈຸດປະສົງຫຼັກຂອງໂຄງການຍັງລວມໄປເຖິງການເກັບກຳຖານຂໍ້ມູນດ້ານສຸຂະພາບຂອງຊຸມຊົນໃນປີ 2026 ເພື່ອນຳໄປປຽບທຽບກັບຂໍ້ມູນເດີມທີ່ເຄີຍເກັບກຳໄວ້ໃນປີ 2025. ການປຽບທຽບຂໍ້ມູນນີ້ ຈະເປັນກຸນແຈສຳຄັນທີ່ຊ່ວຍໃຫ້ພາກສ່ວນສາທາລະນະສຸກ ສາມາດວາງແຜນປ້ອງກັນ, ແນະນຳວິທີການເບິ່ງແຍງສຸຂະພາບ ແລະ ລົບລ້າງຄວາມເຊື່ອແບບງົມງວາຍໃນຊຸມຊົນໄດ້ຢ່າງກົງຈຸດ.

LXML ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອ ເບິ່ງແຍງ, ເອົາໃຈໃສ່ ແລະ ສົ່ງເສີມສຸຂະພາບທີ່ແຂງແຮງໃຫ້ແກ່ຊຸມຊົນເມືອງວີລະບູລີ. LXML ຈະຍັງຄົງຢືນຢູ່ຄຽງຂ້າງຊຸມຊົນທ້ອງຖິ່ນ, ສືບຕໍ່ເຮັດວຽກຮ່ວມກັບອຳນາດການປົກຄອງທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອສ້າງສະພາບແວດລ້ອມທີ່ປອດໄພ ແລະ ຊຸກຍູ້ໃຫ້ທຸກບ້ານອ້ອມຂ້າງໂຄງການ ກ້າວໄປສູ່ການມີຄຸນນະພາບຊີວິດທີ່ດີ ແລະ ເຕີບໂຕໄປພ້ອມໆກັນຕະຫຼອດໄປ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles