AGL ຈັດກອງປະຊຸມຕົວແທນປະກັນໄພທົ່ວປະເທດ ປະຈຳປີ 2026

ນະຄອນຫຼວງວຽງຈັນ, ວັນທີ 12-13 ພຶດສະພາ 2026 – ບໍລິສັດ AGL ປະກັນໄພລາວ ໄດ້ສໍາເລັດການຈັດກອງປະຊຸມຕົວແທນປະກັນໄພທົ່ວປະເທດ ປະຈຳປີ 2026 ທີ່ໂຮງແຮມ ອາມາຮີ ວຽງຈັນ (Amari Vientiane) ຢ່າງສະຫງ່າງາມ. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍມີເປົ້າໝາຍເພື່ອສະຫຼຸບຕີລາຄາຜົນງານການດຳເນີນງານໃນປີຜ່ານມາ (2026) ແລະ ທິດທາງແຜນການປີ 2026 ແລະ ແຜນຍຸດທະສາດ 05 ປີ (2026-2030) ເພື່ອຍົກລະດັບມາດຕະຖານການບໍລິການ ແລະ ຊຸກຍູ້ການເຕີບໂຕຂອງທຸລະກິດໃນທົ່ວປະເທດ.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ນາງ ແສງອາລຸນ ອິນມີໄຊ, ຜູ້ອໍານວຍການໃຫຍ່ ບໍລິສັດ AGL ປະກັນໄພລາວ, ພ້ອມດ້ວຍ ທ່ານ ຖາວອນ ສຸລິຍະວົງ, ຮອງຜູ້ອຳນວຍການໃຫຍ່ ແລະ ທ່ານ ສຽງ ໄຊຍະສານ, ຮອງຜູ້ອຳນວຍການໃຫຍ່, ຫົວໜ້າພະແນກ, ພະນັກງານຫຼັກແຫຼ່ງຂອງ AGL ແລະ ຕົວແທນປະກັນໄພຈາກທົ່ວປະເທດ ແລະ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ດຳເນີນເປັນເວລາ 02 ວັນ ດ້ວຍບັນຍາກາດອັນອົບອູ່ນ ແລະ ການແລກປ່ຽນບົດຮຽນກັນລະຫວ່າງບໍລິສັດ ແລະ ຕົວແທນ, ພ້ອມທັງຮັບຟັງການສະຫລຸບຜົນໄດ້ຮັບໂດຍລວມຂອງປິ 2025 ແລະ ແຜນຍຸດທະສາດ 5 ປີ (2026-2030) ຂອງບໍລິສັດເພື່ອເປັນ ກໍານົດທິດທາງການດໍາເນີນງານ ແລະ ການຮັກສາສ່ວນແບ່ງການຕະຫລາດໃນການເປັນຜູ້ນໍາໃນຕະຫຼາດປະກັນໄພແຫ່ງ ສປປ ລາວ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານສະພາບຕະຫຼາດປະກັນໄພ ແລະ ຮັບຟັງການບັນຍາຍດ້ານລະບຽບການຈາກຜູ້ຕາງໜ້າກົມຄຸ້ມຄອງວິສາຫະກິດການເງິນ. ກອງປະຊຸມຍັງໄດ້ລົງເລິກລາຍລະອຽດກ່ຽວກັບຜະລິດຕະພັນປະກັນໄພຕ່າງໆ ເປັນຕົ້ນແມ່ນ ປະກັນໄພລົດ, ປະກັນໄພຊັບສິນ ແລະ ປະກັນໄພບຸກຄົນ. ພ້ອມທັງມີການສະເໜີໂຄງການພັດທະນາດ້ານດິຈິຕອນ, ວຽກງານແກ້ໄຂອຸປະຕິເຫດ, ວຽກງານການຕະຫລາດ ແລະ ກິດຈະກຳສົ່ງເສີມການຂາຍໃໝ່ ເພື່ອສະໜັບສະໜູນວຽກງານຂອງຕົວແທນໃນທົ່ວປະເທດ.

ພ້ອມກັນນີ້ກໍ່ໄດ້ມີພິທີມອບລາງວັນ ແລະ ໃບຍ້ອງຍໍໃຫ້ແກ່ຕົວແທນດີເດັ່ນປະຈຳປີ 2025 ເພື່ອເປັນການຍ້ອງຍໍສັນລະເສີນຄວາມທຸ່ມເທໃນການປະຕິບັດງານຢ່າງມີຜົນສຳເລັດຢ່າງອັນຈົບງາມ.

ນອກຈາກວາລະການປະຊຸມທີ່ເນື້ອໃນຄົບຖ້ວນ, ໃນມື້ທີສອງຂອງກອງປະຊຸມ ຍັງໄດ້ມີກິດຈະກຳ Team Building ໃຫ້ກັບຕົວແທນ ແລະ ພະນັກງານໄດ້ຮ່ວມກັນເຮັດກິດຈະກຳສ້າງສັນ ແລະ ຫຼິ້ນເກມຕ່າງໆ ຢ່າງມ່ວນຊື່ນ ເພື່ອເສີມສ້າງຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈກັນໃນຄອບຄົວ AGL.ເຊິ່ງເຕັມໄປດ້ວຍຮອຍຍິ້ມ, ສຽງເພງ ແລະ ການມອບລາງວັນຈາກກິດຈະກຳຕ່າງໆ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles