ເມື່ອຍບໍ່? ທີ່ສະໝອງບໍ່ຍອມຢຸດພັກ: ເຊັກດ່ວນ 6 ສັນຍານວ່າທ່ານກຳລັງ “ຄິດຫຼາຍເກີນໄປ”

ບາງຄັ້ງ… ທີ່ເຮົາຮູ້ສຶກເມື່ອຍ ບໍ່ແມ່ນຍ້ອນຊີວິດມີບັນຫາຫຼາຍກວ່າຄົນອື່ນສະເໝີໄປ ແຕ່ມັນເມື່ອຍຍ້ອນ “ສະໝອງບໍ່ຍອມຢຸດເຮັດວຽກ” ເຖິງແມ້ເຫດການຈະຈົບລົງແລ້ວ ແຕ່ໃຈພັດຍັງເປີດສາກນັ້ນຊ້ຳໆຢູ່ທັງຄືນ.

ໃນທາງຈິດຕະວິທະຍາ, ອາການນີ້ເອີ້ນວ່າ Rumination ຫຼື ການຄິດວົນວຽນຢູ່ກັບເລື່ອງລົບໆ, ຄວາມຜິດພາດ ຫຼື ຄວາມກັງວົນ. ມັນເບິ່ງຄືວ່າເຮົາພະຍາຍາມແກ້ໄຂບັນຫາ ແຕ່ຄວາມຈິງແລ້ວ ມັນພັດພາເຮົາກັບໄປເຈັບຢູ່ບ່ອນເກົ່າຊ້ຳໆ.

ມາລອງເຊັກເບິ່ງວ່າ ທ່ານມີ 6 ສັນຍານນີ້ ຫຼືບໍ່ ?

6 ສັນຍານເຕືອນວ່າ “ທ່ານຄິດຫຼາຍເກີນໄປແລ້ວ”

1. ຄິດເຫັນບົດສົນທະນາຊ້ຳໆກ່ອນນອນ: “ມື້ນີ້ເຮົາເວົ້າແຮງໄປບໍ່?”, “ລາວຈະບໍ່ມັກເຮົາບໍ່?”. ທັງທີ່ເຫດການຈົບໄປແລ້ວ ແຕ່ສະໝອງພັດເອົາສາກເດີມມາຕັດຕໍ່ໃໝ່ບໍ່ຢຸດ.

2. ກັງວົນກັບເລື່ອງທີ່ຍັງບໍ່ເກີດຈົນຮ່າງກາຍຕຶງຄຽດ: ໃຈ ແລະ ຮ່າງກາຍຕອບສະໜອງ ຄືກຳລັງຢູ່ໃນອັນຕະລາຍ ທັງທີ່ຄວາມຈິງຍັງບໍ່ມີຫຍັງເກີດຂຶ້ນເລີຍ.

3. ຕັດສິນໃຈເລື່ອງເລັກໆນ້ອຍໆໄດ້ຍາກ: ຢ້ານເລືອກຜິດ ຈົນເລື່ອງນ້ອຍກາຍເປັນເລື່ອງໃຫຍ່. ຄວາມຄິດບໍ່ໄດ້ຊ່ວຍໃຫ້ໝັ້ນໃຈຂຶ້ນ ແຕ່ເຮັດໃຫ້ເມື່ອຍກວ່າເກົ່າ.

4. ຈົມຢູ່ກັບຄວາມຮູ້ສຶກຜິດໃນອະດີດ: ບໍ່ແມ່ນແຕ່ຮຽນຮູ້ຈາກຄວາມຜິດພາດ ແຕ່ພັດເອົາຄວາມຜິດພາດນັ້ນມາລົງໂທດຕົນເອງຊ້ຳແລ້ວຊ້ຳອີກ.

5. ຕີຄວາມໝາຍອາລົມຄົນອື່ນຫຼາຍເກີນໄປ: “ລາວຕອບສັ້ນຍ້ອນຄຽດໃຫ້ເຮົາບໍ່?”, “ລາວບໍ່ໃສ່ອີໂມຈິ ແປວ່າບໍ່ພໍໃຈແມ່ນບໍ່?”. ຢູ່ກັບຄົນອື່ນໝົດມື້ ແຕ່ໃຈບໍ່ເຄີຍໄດ້ພັກເລີຍ

6. ຮູ້ວ່າຄວນຢຸດ ແຕ່ຢຸດບໍ່ໄດ້: ຍິ່ງພະຍາຍາມຫາຄຳຕອບ ຍິ່ງວົນກັບໄປຫາຄວາມຢ້ານເດີມ. ນີ້ແປວ່າທ່ານຕິດຢູ່ໃນ “ວົງຈອນຄິດວົນ” ບໍ່ແມ່ນການຄິດເພື່ອແກ້ບັນຫາ.

“ຄິດຫຼາຍ” VS “ຄິດເລິກ” ຕ່າງກັນແນວໃດ?

• ການຄິດເລິກ: ເຮັດໃຫ້ເຮົາເຂົ້າໃຈຊີວິດ ແລະ ຫາທາງອອກໄດ້.

• ການຄິດຫຼາຍ: ປຽບເໝືອນການຢຸດໜັງໄວ້ທີ່ເຟຣມເກົ່າ ແລ້ວຊູມ (Zoom) ເຂົ້າໄປເລື້ອຍໆ ຈົນເຫັນແຕ່ຮອຍແຕກນ້ອຍໆ ແລະ ລືມໄປວ່າໜັງທັງເລື່ອງຍັງມີສາກອື່ນໆທີ່ສວຍງາມອີກຫຼາຍ.

ວິທີເບິ່ງແຍງໃຈ… ເມື່ອສະໝອງບໍ່ຍອມຢຸດ

ຢ່າສັ່ງໃຫ້ສະໝອງ “ຢຸດຄິດດຽວນີ້” ເພາະຍິ່ງຫ້າມ ມັນຍິ່ງຄິດ. ແຕ່ໃຫ້ລອງຖາມຕົນເອງວ່າ: “ຕອນນີ້ເຮົາກຳລັງແກ້ບັນຫາ ຫຼື ກຳລັງທໍລະມານຕົນເອງຊ້ຳໆ?”

• ຖ້າຄິດແລ້ວບໍ່ມີແຜນການແກ້ໄຂ, ມີແຕ່ຄວາມຢ້ານ… ນັ້ນຄືເວລາທີ່ຕ້ອງພາໃຈອອກມາພັກ.

ຈື່ໄວ້ວ່າ: ຄົນທີ່ຄິດຫຼາຍບໍ່ແມ່ນຄົນອ່ອນແອ ແຕ່ຄືຄົນທີ່ພະຍາຍາມປົກປ້ອງຕົນເອງຢ່າງໜັກ. ມື້ນີ້… ລອງບອກຕົນເອງເບົາໆວ່າ: “ມື້ນີ້ຄິດມາພໍແລ້ວ ໄດ້ເວລາພາໃຈກັບບ້ານ (ພັກຜ່ອນ) ໄດ້ແລ້ວເດີ”.

ແຫຼ່ງຂໍ້ມູນອ້າງອີງ:

• (Jedsada Thongthao): ແພດຊ່ຽວຊານສາຂາຈິດຕະເວດສາດ, ໂຮງໝໍພະສີມະຫາໂພ ຈັງຫວັດອຸບົນຣາຊະທານີ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles