ສປປ ລາວ ຫຼຸດຜູ້ຕິດເຊື້ອມາລາເຣຍ ຈາກເກືອບ 4.000 ຄົນ ເຫຼືອພຽງ 269 ກໍລະນີ ໃນ 4 ປີ

ໃນວັນທີ 13 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດ ເພື່ອກະກຽມຮ່າງບົດສະເໜີຂໍທຶນຮອບໃໝ່ ໃນການກຳຈັດພະຍາດມາລາເຣຍ (RAI5E) ສຳລັບສົກປີ 2027-2029 ໂດຍຈັດຂຶ້ນຮ່ວມກັນລະຫວ່າງ ກອງເລຂາຄະນະກຳມະການປະສານງານກອງທຶນໂລກ (CCM) ແລະ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້.

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ເປີດເຜີຍວ່າ ສປປ ລາວ ສາມາດຫຼຸດຜ່ອນຈຳນວນຜູ້ຕິດເຊື້ອມາລາເຣຍ ໄດ້ຢ່າງກະໂດດຂັ້ນ ຈາກເກືອບ 4.000 ກໍລະນີ ໃນປີ 2021 ເຫຼືອພຽງ 269 ກໍລະນີ ໃນປີ 2025 ສະແດງໃຫ້ເຫັນວ່າ ເຊື້ອມາລາເຣຍຊະນິດ Pf ກຳລັງໃກ້ຖືກກຳຈັດໃຫ້ໝົດໄປຈາກປະເທດ.

ແນວໃດກໍຕາມ ທ່ານ ໄພວັນ ໄດ້ກ່າວວ່າ ຍັງມີຄວາມທ້າທາຍຫຼາຍດ້ານ ທີ່ຕ້ອງສືບຕໍ່ແກ້ໄຂ ໂດຍສະເພາະ:

ການເຂົ້າເຖິງກຸ່ມຄົນເຄື່ອນຍ້າຍ

ຜູ້ເຮັດວຽກໃນປ່າ

ຂໍ້ຈຳກັດດ້ານງົບປະມານ

ຄວາມສ່ຽງການລະບາດຄືນໃໝ່

ພ້ອມນີ້ ທາງການຍັງເນັ້ນໜັກ ການເຊື່ອມສານວຽກງານກຳຈັດມາລາເຣຍ ເຂົ້າກັບລະບົບສາທາລະນະສຸກຂັ້ນພື້ນຖານ ເພື່ອປ້ອງກັນການກັບຄືນມາລະບາດໃໝ່ ແລະ ຕັ້ງເປົ້າໝາຍໃຫ້ ສປປ ລາວ ປອດພະຍາດມາລາເຣຍ ພາຍໃນປີ 2030.

ໃນກອງປະຊຸມ ຍັງໄດ້ນຳສະເໜີ ແຜນຍຸດທະສາດແຫ່ງຊາດ, ຜົນການແບ່ງເຂດລະບາດໃໝ່ ແລະ ລະດົມຄວາມຄິດເຫັນຈາກຫຼາຍພາກສ່ວນ ເພື່ອເພີ່ມປະສິດທິຜົນ ໃນວຽກງານກຳຈັດພະຍາດມາລາເຣຍໃນອະນາຄົດ.

ຂ່າວ: ວຽງຈັນໃໝ່

Lao Youth Radio

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles