ອີງຕາມ ການຕິດຕາມລະດັບນໍ້າປະຈໍາວັນ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ມີລາຍລະອຽດດັ່ງນີ້:
1 . ນໍ້າຂອງ:
ສະຖານີ ວຽງຈັນ Km4, ວັດແທກໄດ້ 11.11 ແມັດ, ລະດັບນໍ້າໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ ຍັງອີກ 0.39 ແມັດ (ລະດັບເຕືອນໄພ 11.50 ແມັດ; ລະດັບນໍ້າຖ້ວມ 12.50 ແມັດ);
ສະຖານີ ທ່າແຂກ, ວັດແທກໄດ້ 12.92 ແມັດ, ລະດັບນໍ້າໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ ຍັງອີກ 0.08 ແມັດ (ລະດັບເຕືອນໄພ 13.00 ແມັດ; ລະດັບນໍ້າຖ້ວມ 14.00 ແມັດ);
ສະຖານີ ປາກເຊ, ວັດແທກໄດ້ 10.82 ແມັດ, ລະດັບນໍ້າໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ ຍັງອີກ 0.18 ແມັດ (ລະດັບເຕືອນໄພ 11.00 ແມັດ; ລະດັບນໍ້າຖ້ວມ 12.00 ແມັດ).
2. ນໍ້າເຊໂດນ: ສະຖານີ ສຸວັນນະຄີລີ, ວັດແທກໄດ້ 10.28 ແມັດ, ລະດັບນໍ້າໄດ້ຂຶ້ນໃກ້ຮອດລະດັບນໍ້າຖ້ວມ ຍັງອີກ 0.72 ແມັດ (ລະດັບເຕືອນໄພ 10.00 ແມັດ; ລະດັບນໍ້າຖ້ວມ 11.00 ແມັດ).
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ ອາໄສຢູ່ໃກ້ລຽບຕາມແຄມແມ່ນໍ້າ ແລະ ເຂດພື້ນທີ່ຕໍ່າ ຕາມລໍານໍ້າດັ່ງກ່າວ, ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນຕົກ ຕິດຕໍ່ກັນຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຍິ່ງ ແລະ ນໍ້າຖ້ວມຂັງ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.


