ລະຫວ່າງວັນທີ 10-11 ພຶດສະພາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໂດຍການຕ້ອນຮັບ ຂອງທ່ານ ເພັງນິລັນ ຄຳພັນເພັງ ເລຂາພັກແຂວງ ປະທານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ, ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ຍທຂ ແຂວງໄຊຍະບູລີ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ໂອກາດມາເຮັດວຽກຄັ້ງນີ້ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ ຕິດຕາມສະພາບເສັ້ນທາງ, ຕິດຕາມຄວາມຄຶບໜ້າໂຄງການກໍ່ສ້າງຕາຝັ່ງເຈື່ອນຕາມສາຍແມ່ນໍ້າຂອງ ລຽບຕາມຊາຍແດນ ລາວ-ໄທ ຈົນຮອດແຂວງ ໄຊຍະບູລີ ໂດຍສະເພາະ ໂຄງການກໍ່ສ້າງຕ້ານເຈື່ອນ ລຽບສາຍແມ່ນໍ້າເຫືອງ ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ.
ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ໄດ້ກ່າວວ່າ: ວຽກງານປ້ອງກັນຕ້ານເຈື່ອນ ແລະ ນໍ້າຖ້ວມ: ສໍາເລັດການສໍາຫຼວດ-ອອກແບບປ້ອງກັນຕາຝັ່ງເຈື່ອນນໍ້າເຫຼືອງ ແລະ ນໍ້າຂອງໄດ້ທັງໝົດ 14 ຈຸດ 11 ໂຄງການ, ເມືອງບໍ່ແຕນ 3 ໂຄງການ, ເມືອງແກ່ນທ້າວ 5 ໂຄງການ ແລະ ເມືອງປາກລາຍມີ 3 ໂຄງການ ລວງຍາວ 19,216 ແມັດ, ມູນຄ່າກໍ່ສ້າງແມ່ນ 1,20 ຕື້ກວ່າກີບ.
ສ່ວນໂຄງການກໍ່ສ້າງປ້ອງກັນເຈື່ອນ ທີ່ພວມຈັດຕັ້ງປະຕິບັດ ມີຈໍານວນ 9 ໂຄງການຄື: ເມືອງປາກລາຍ 2 ໂຄງການ, ເມືອງແກ່ນທ້າວ 5 ໂຄງການ ແລະ ເມືອງບໍ່ແຕນ 2 ໂຄງການ, ລວງຍາວທັງໝົດ 15,102 ແມັດ, ມູນຄ່າການກໍ່ສ້າງ 465,40 ຕື້ກີບ, ທັງໝົດນີ້ສາມາດປ້ອງກັນການເຊາະເຈື່ອນໄດ້ແລ້ວ 9,410 ແມັດ ແລະ ພວມຈັດຕັ້ງການປ້ອງກັນການກັດເຊາະເຈື່ອນ 5,692 ແມັດ.
ການລົງມາຕິດຕາມໃກ້ຊິດຂອງການນໍາກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງນີ້ ໄດ້ຕິດຕາມສະພາບ ຂົວຂ້າມນ້ຳຂອງເມືອງປາກລາຍ, ຕິດຕາມເບິ່ງກໍ່ສ້າງຕ້ານເຈື່ອນເທສະບານເມືອງປາກລາຍ, ຕິດຕາມ ສະພາບຂົວມິດຕະພາບຢູ່ດ່ານນໍ້າເຫືອງ ແລະ ບັນດາໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ເມືອງແກ່ນທ້າວ, ຕິດຕາມໂຄງການຕ້ານເຈື່ອນ ເມືອງບໍ່ແຕນ ເຊິ່ງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເນັ້ນ ໃຫ້ ພະແນກ ຍທຂ ໃນນາມເຈົ້າຂອງໂຄງການເອົາໃຈໃສ່ ຕິດຕາມຊຸກຍູ້ ບໍລິສັດໃຫ້ກໍ່ສ້າງໂຄງການດັ່ງກ່າວສໍາເລັດຕາມແຜນການທີ່ກໍານົດໄວ້.


