ສປປ ລາວ ມີລົດໄຟຟ້າ 14.466 ຄັນ ສະຖານີສາກລົດ 126ຈຸກ ກວມເອົາ 14 ແຂວງ

ໃນກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ທີ່ຈັດຂຶ້ນເມື່ອວັນທີ 5 ພຶດສະພາ 2026 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງ ຍທຂ, ໄດ້ມີການລາຍງານເຖິງຄວາມຄືບໜ້າທີ່ໜ້າສົນໃຈຂອງວຽກງານຍານພາຫະນະໄຟຟ້າ (EV) ໃນ ສປປ ລາວ​​.

ທ່ານ ຈັນທະລາ ພິມມະຈັກ, ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ໄດ້ເຜີຍຕົວເລກການນຳໃຊ້ລົດໄຟຟ້າ (EV) ສະສົມແຕ່ປີ 2020-2025 ເຫັນວ່າມີທັງໝົດ 14,466 ຄັນ, ໂດຍແບ່ງອອກເປັນ:

ລົດເບົາ (ເກັງ, ກະບະ, ຈິບ, ຕູ້): 14,115 ຄັນ.

ລົດ 2 ລໍ້ ແລະ 3 ລໍ້: 305 ຄັນ.

ລົດບັນທຸກ ແລະ ລົດໂດຍສານ: 36 ຄັນ.​

ປັດຈຸບັນມີບໍລິສັດຜູ້ປະກອບການສ້າງສະຖານີສາກແລ້ວ 36 ບໍລິສັດ, ມີຈຸດບໍລິການສາກໄຟທັງໝົດ 126 ຈຸດ ໃນ 14 ແຂວງທົ່ວປະເທດ (ສະເພາະນະຄອນຫຼວງວຽງຈັນ ມີ 65 ຈຸດ). ພ້ອມນີ້, ຍັງໄດ້ຕັ້ງເປົ້າໝາຍຂະຫຍາຍສະຖານີສາກໃຫ້ໄດ້ຫຼາຍກວ່າ 150 ຈຸດ ທົ່ວປະເທດ ພາຍໃນປີ 2030.

ເພື່ອຈັດຕັ້ງປະຕິບັດຕາມມະຕິເລກທີ 08/ລບ ວ່າດ້ວຍນະໂຍບາຍການນຳໃຊ້ລົດໄຟຟ້າ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເລີ່ມອອກສະຕິກເກີ “EV” ເພື່ອຕິດໃສ່ປ້າຍທະບຽນລົດໄຟຟ້າທີ່ໄດ້ຂຶ້ນທະບຽນຖືກຕ້ອງ ເພື່ອຄວາມເປັນເອກະພາບໃນການຄຸ້ມຄອງ. ເຖິງຢ່າງໃດກໍຕາມ, ການຕິດສະຕິກເກີດັ່ງກ່າວຍັງພົບຂໍ້ຈຳກັດໃນການນຳໃຊ້ກັບລົດບາງປະເພດ ທີ່ຍັງບໍ່ທັນສາມາດກວມເອົາໄດ້ທັງໝົດ.

ເຖິງວ່າການນຳໃຊ້ EV ຈະມີທ່າອ່ຽງເພີ່ມຂຶ້ນ, ແຕ່ທ່ານຫົວໜ້າກົມຂົນສົ່ງ ຍັງໄດ້ຊີ້ໃຫ້ເຫັນເຖິງສິ່ງທ້າທາຍທີ່ສຳຄັນ ດັ່ງນີ້:

ສະຖານີສາກ: ຍັງບໍ່ພຽງພໍກັບຄວາມຕ້ອງການ, ໂດຍສະເພາະສຳລັບລົດຈັກໄຟຟ້າ ທີ່ສ່ວນໃຫຍ່ຍັງຕ້ອງສາກຢູ່ເຮືອນ.

ລາຄາລົດ EV ຍັງສູງກວ່າລົດນຳ້ມັນ; ສູນສ້ອມແປງ ແລະ ການບໍລິການຫຼັງການຂາຍຍັງມີຈຳກັດ, ບໍ່ທັນກວມເອົາທົ່ວປະເທດ.

ຍັງມີຄວາມກັງວົນເລື່ອງຄວາມປອດໄພຂອງແບັດເຕີລີ ເວລາເກີດນຳ້ຖ້ວມ, ອາຍຸການໃຊ້ງານຂອງແບັດເຕີລີ ແລະ ຂ່າວສານກ່ຽວກັບອຸບັດເຫດໄຟໄໝ້ ເຊິ່ງສົ່ງຜົນຕໍ່ການຕັດສິນໃຈຊື້ຂອງປະຊາຊົນ.

ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການວາງແຜນຍຸດທະສາດ ເພື່ອຊຸກຍູ້ການຫັນປ່ຽນໄປສູ່ການນຳໃຊ້ພະລັງງານສະອາດໃນຂະແໜງຂົນສົ່ງຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ ແລະ ປອດໄພໃນອະນາຄົດ.

​ທີ່ມາ: ເສດຖະກິດການຄ້າ

Lao Youth​ ​Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles