ເມື່ອບໍ່ດົນມານີ້, ອົງການກາແດງແຂວງຫຼວງພະບາງ ຮ່ວມກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດການຝຶກຊ້ອມຈຳລອງເຫດການກູ້ໄພສຸກເສີນທັງທາງບົກ ແລະ ທາງນ້ຳຂຶ້ນຢ່າງເປັນທາງການ ທີ່ບໍລິເວນທ່ານ້ຳຄານ ບ້ານຫາດຮ່ຽນ, ນະຄອນ ຫຼວງພະບາງ.
ການຝຶກຊ້ອມໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງຫຼວງພະບາງ ແລະ ທ່ານ ສົມບຸນ ພົມມະປັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພ້ອມດ້ວຍຄະນະຜູ້ແທນ ແລະ ປະຊາຊົນໃນພື້ນທີ່.
ທ່ານ ວຽງສະຫວັນ ກະເສີມສຸກ ໄດ້ເນັ້ນຢ້ຳວ່າ: ການຈຳລອງເຫດການຄັ້ງນີ້ ແມ່ນອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງທີ່ມັກເກີດຂຶ້ນໃນພື້ນທີ່ແຂວງຫຼວງພະບາງ ເປັນຕົ້ນແມ່ນ:
ອຸບັດເຫດທາງບົກ ແລະ ທາງນ້ຳ: ເຫດການລົດຕຳກັນທີ່ມີຜູ້ບາດເຈັບຕິດຄ້າງ ແລະ ເຫດການຄົນຕົກນ້ຳ/ນ້ຳປ່າໄຫຼຊຸ.
ການລະງັບອັກຄີໄພ: ການມອດໄຟໃນຮູບແບບຕ່າງໆ.
ການບັນເທົາທຸກສຸກເສີນ: ການຈັດສັນສະບຽງອາຫານ, ເຄື່ອງນຸ່ງຫົ່ມ ແລະ ວຽກງານສຸຂະພິບານ (ການຜະລິດນ້ຳສະອາດ) ໃນພາວະວິກິດ.
ການຝຶກຊ້ອມດັ່ງກ່າວ ໄດ້ຮັບການສະໜັບສະໜູນງົບປະມານຈາກ ອົງການກາແດງສະວິດ ໂດຍມີບຸກຄະລາກອນເຂົ້າຮ່ວມທັງໝົດ 66 ຄົນ (ຍິງ 21 ຄົນ) ຈາກ 5 ພາກສ່ວນຫຼັກ ຄື: ອົງການກາແດງແຂວງ, ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດ, ພະແນກແຮງງານ, ປກສ (ກອງຕຳຫຼວດດັບເພີງ) ແລະ ກອງບັນຊາການທະຫານແຂວງ.
ກຳລັງພົນທັງໝົດຖືກແບ່ງອອກເປັນ 8 ທີມຊ່ຽວຊານ ເພື່ອປະຕິບັດໜ້າທີ່ສະເພາະດ້ານຢ່າງມີລະບົບ ຄື:
ທີມກູ້ໄພທາງນ້ຳ ແລະ ຊ່ວຍເຫຼືອຄົນໄຫຼນ້ຳ.
ທີມກູ້ໄພທາງຖະໜົນ.
ທີມປະຖົມພະຍາບານ ແລະ ເຄື່ອນຍ້າຍຜູ້ບາດເຈັບ.
ທີມດັບເພີງ (ການມອດໄຟດ້ວຍກຳລັງຄົນ ແລະ ລົດດັບເພີງໃຫຍ່).
ທີມຜະລິດນ້ຳສະອາດ ແລະ ສຸຂະພິບານ.
ທີມບັນເທົາທຸກ (ແຈກຢາຍເຄື່ອງອຸປະໂພກ-ບໍລິໂພກ).
ທີມນັກຮຽນ-ນັກສຶກສາ ແລະ ຕົວແທນປະຊາຊົນ (ຕົວປະກອບເຫດການ).
ການຝຶກຊ້ອມໃນຄັ້ງນີ້ ບໍ່ພຽງແຕ່ເປັນການຖອດຖອນບົດຮຽນໃນການປະຕິບັດງານຕົວຈິງເທົ່ານັ້ນ ແຕ່ຍັງເນັ້ນໃສ່ການສ້າງຄວາມຊໍານິຊໍານານ ແລະ ການປະສານງານທີ່ວ່ອງໄວ ໂດຍຖືເອົາຄວາມປອດໄພຂອງເຈົ້າໜ້າທີ່ ແລະ ຜູ້ປະສົບໄພເປັນບຸລິມະສິດສູງສຸດ ເພື່ອຮັບປະກັນວ່າເມື່ອເກີດເຫດການຈິງ ຈະສາມາດເຄື່ອນໄຫວຊ່ວຍເຫຼືອໄດ້ຢ່າງມີປະສິດທິພາບ.
ທີ່ມາ: ຂປລ
Lao Youth Radio FM90MHz

