FIFA ຢືນຢັນ Katy Perry LISA ຈາກວົງ Blackpink ຈະຂຶ້ນສະແດງງານເປີດບານໂລກ 2026

ສະຫະພັນບານເຕະລະຫວ່າງຊາດ ຫຼື FIFA ໄດ້ສ້າງຄວາມຮືຮາໄປທົ່ວໂລກ ດ້ວຍການປະກາດລາຍຊື່ສິລະປິນລະດັບ Super Star ທີ່ຈະມາຮ່ວມສ້າງສີສັນໃນພິທີເປີດການແຂ່ງຂັນບານໂລກ FIFA World Cup 2026 ເຊິ່ງໃນຄັ້ງນີ້ຈະມີຄວາມພິເສດກວ່າທຸກຄັ້ງ ເພາະຈະມີພິທີເປີດເຖິງ 3 ແຫ່ງ ໃນ 3 ປະເທດເຈົ້າພາບ ຄື: ເມັກຊິກ, ການາດາ ແລະ ສະຫະລັດອາເມລິກາ.

ໄຮໄລ້ສຳຄັນທີ່ແຟນໆລໍຖ້າ:

ສະຫະລັດອາເມລິກາ (ລອສ ແອງເຈລີສ): ພົບກັບການກັບມາຂອງຕົວແມ່ເພງປັອບ Katy Perry ທີ່ຈະມາແບ່ງປັນເວທີຮ່ວມກັບ LISA ຈາກວົງ Blackpink, ພ້ອມດ້ວຍແຣັບເປີຊື່ດັງ Future ແລະ ສິລະປິນອື່ນໆອີກຫຼາຍທ່ານ.

ເມັກຊິກ (ເມັກຊິໂກ ຊິຕີ້): ຈະເປັນຈຸດເລີ່ມຕົ້ນຂອງຄວາມມ່ວນຊື່ນໃນວັນທີ 11 ມິຖຸນາ ໂດຍມີສິລະປິນດັງຢ່າງ J Balvin ແລະ ວົງຣັອກລະດັບຕຳນານ Mana ມາຮ່ວມເປີດສາກກ່ອນການແຂ່ງຂັນຄູ່ທຳອິດລະຫວ່າງ ເມັກຊິກ ແລະ ອາຟຣິກາໃຕ້.

​ການາດາ (ໂຕຣອນໂຕ): ໃນວັນທີ 12 ມິຖຸນາ ຈະນຳທັບໂດຍ Alanis Morissette ແລະ Michael Buble ເພື່ອສະແດງເຖິງເອກະລັກ ແລະ ວັດທະນະທຳອັນງົດງາມຂອງຊາວການາດາ.

ທ່ານ Gianni Infantino ປະທານ FIFA ໄດ້ກ່າວວ່າ: “ພິທີເປີດໃນຄັ້ງນີ້ຈະເປັນການລວມຕົວຂອງດົນຕີ, ວັດທະນະທຳ ແລະ ບານເຕະ ເຂົ້າໄວ້ນຳກັນ ເພື່ອສະທ້ອນໃຫ້ເຫັນເຖິງຄວາມເປັນເອກະລັກຂອງແຕ່ລະປະເທດ ແລະ ຄວາມເປັນອັນໜຶ່ງອັນດຽວກັນຂອງການແຂ່ງຂັນລະດັບໂລກ.”

ງານນີ້ຖືໄດ້ວ່າເປັນການລວມຕົວຂອງສິລະປິນທີ່ມີຄວາມຫຼາກຫຼາຍທາງວັດທະນະທຳ ແລະ ແນວດົນຕີ ເພື່ອເຮັດໃຫ້ World Cup 2026 ກາຍເປັນການສະເຫຼີມສະຫຼອງທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດ!

ທີ່ມາ: VN EXPRESS

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles