ສສກ ສືບຕໍ່ຮ່ວມມື ELIC ພັດທະນາຄູສອນພາສາອັງກິດ ໄລຍະທີ III (2026-2031) ເນັ້ນຂະຫຍາຍການຊ່ວຍເຫຼືອສູ່ຊັ້ນປະຖົມສຶກສາຢ່າງເປັນທາງການ

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖາບັນສອນພາສາອັງກິດ/ຈີນ (ELIC) ຈາກສະຫະລັດອາເມຣິກາ ໄດ້ບັນລຸຂໍ້ຕົກລົງຮ່ວມກັນ ເພື່ອສືບຕໍ່ໂຄງການພັດທະນາຄູສອນພາສາອັງກິດ ໄລຍະທີ III (2026-2031) ເນັ້ນຂະຫຍາຍການຊ່ວຍເຫຼືອສູ່ຊັ້ນປະຖົມສຶກສາຢ່າງເປັນທາງການ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 8 ພຶດສະພາ 2026 ທີ່ໂຮງແຮມ ນິວໂລດ, ນະຄອນຫຼວງວຽງຈັນ. ໂດຍການລົງນາມຂອງ:

​ທ່ານ ນາງ ນວມຄໍາ ຈັນທະບູລີ, ຫົວໜ້າກົມສາມັນສຶກສາ.

ທ່ານ ເຊນ ໂດນຣອນ (Shane Donrone), ຜູ້ອໍານວຍການອົງການ ELIC ປະຈໍາ ສປປ ລາວ.

ໂຄງການໄລຍະທີ III ນີ້ ມີມູນຄ່າການຊ່ວຍເຫຼືອລວມທັງໝົດ 261,346 ໂດລາສະຫະລັດ, ເຊິ່ງຈະສຸມໃສ່ການພັດທະນາບຸກຄະລາກອນຄູໃນ 4 ແຂວງເປົ້າໝາຍ ຄື: ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ບໍລິຄໍາໄຊ.

ຜົນສຳເລັດ 10 ປີຜ່ານມາ (2015-2025): ສາມາດກໍ່ສ້າງ ແລະ ພັດທະນາຄູສອນພາສາອັງກິດຊັ້ນມັດທະຍົມໄດ້ 811 ຄົນ ຈາກ 313 ໂຮງຮຽນ ໃນ 25 ເມືອງ.

ແຜນການໄລຍະໃໝ່ (2026-2031): ຕັ້ງເປົ້າພັດທະນາຄູສອນໃຫ້ໄດ້ຫຼາຍກວ່າ 700 ຄົນ. ຈຸດເດັ່ນຂອງໄລຍະນີ້ແມ່ນ ການຂະຫຍາຍໂຄງການໄປສູ່ຊັ້ນປະຖົມສຶກສາເປັນຄັ້ງທຳອິດ ໃນບາງເຂດເປົ້າໝາຍ ເພື່ອສ້າງພື້ນຖານພາສາອັງກິດໃຫ້ແໜ້ນແຟ້ນແຕ່ເຍົາໄວ.

ໃນໂອກາດນີ້, ທ່ານ ນາງ ນວມຄໍາ ຈັນທະບູລີ ໄດ້ຊີ້ທິດເຍືອງທາງໃຫ້ພະແນກສຶກສາທິການ ແລະ ກີລາແຂວງ ປະສານງານກັບທ້ອງຖິ່ນຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ຄູສອນໄດ້ເຂົ້າຮ່ວມກິດຈະກໍາຢ່າງເຕັມເມັດເຕັມໜ່ວຍ.

ການຮ່ວມມືຄັ້ງນີ້ ຖືເປັນຍຸດທະສາດສຳຄັນໃນການຍົກລະດັບຄຸນນະພາບການຮຽນ-ການສອນພາສາອັງກິດໃນລາວ ໃຫ້ກ້າວສູ່ມາດຕະຖານສາກົນ ແລະ ສ້າງຂີດຄວາມສາມາດໃຫ້ແກ່ນັກຮຽນລາວ ໃນການເຊື່ອມໂຍງກັບພາກພື້ນ ແລະ ໂລກ.

ຂໍ້ມູນຈາກ: ວຽງຈັນໃໝ່

ຮຽບຮຽງໂດຍ: Lao Youth Radio FM 90MHz

Related Articles

LEAVE A REPLY

Please enter your comment!
Please enter your name here

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles