ປະກາດແຕ່ງຕັ້ງ ປະທານສະພາຜູ້ບໍລິຫານລັດວິສະຫະກິດໄຟຟ້າລາວ

ວັນທີ 11 ພຶດສະພາ 2026 ຢູ່ທີ່ ຫ້ອງປະຊຸມສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ແຕ່ງຕັ້ງປະທານສະພາຜູ້ບໍລິຫານ ລັດວິສາຫະກິດໄຟຟ້າລາວ ຜູ້ໃໝ່ ລະຫວ່າງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ປະທານສະພາຜູ້ບໍລິຫານ ລັດວິສາຫະກິດໄຟຟ້າລາວ ຜູ້ເກົ່າ ແລະ ທ່ານ ປອ ອາຄົມເດດ ວົງໄຊ ເປັນປະທານສະພາຜູ້ບໍລິຫານ ລັດວິສາຫະກິດໄຟຟ້າລາວ ຜູ້ໃໝ່ ເຊິ່ງປະທານສະພາຜູ້ບໍລິຫານ ລັດວິສາຫະກິດໄຟຟ້າລາວແມ່ນມີອໍານາດສູງສຸດຂອງ ລັດວິສາຫະກິດໄຟຟ້າລາວ ມີພາລະບົດບາດໜ້າທີ່ ນໍາພາ-ຊີ້ນໍາ ວຽກງານໄຟຟ້າລາວໂດຍກົງ ຕາມນະໂຍບາຍຂອງພັກ-ລັດ ຂອງ ສ.ປ.ປ ລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ກິແກ້ວ ຈັນທະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ທັງເປັນ ຮອງຫົວໜ້າຄະນະປະຕິຮູບ ລັດວິສາຫະກິດ(ຜູ້ປະຈໍາການ) ແລະ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ມີບໍລິຫານກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມ.

ພ້ອມກັນນັ້ນ, ໃນພິທີຍັງໄດ້ປະກາດແຕ່ງຕັ້ງພະນັກງານນໍາພາ ຂັ້ນຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຕື່ມ 4 ທ່ານຄື: ທ່ານ ຄໍາພູນ ສຸກອາລຸນ, ທ່ານ ບຸນທັນ ພັນໂດລັກ, ທ່ານ ປອ ວຽງທອງ ສັກດາລາ ແລະ ທ່ານ ປອ ທອງສະຫວັນ ແກ້ວຄູນຍິ່ງ ເປັນຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ.

ຂໍ້ມູນ: EDL LAOS

Related Articles

LEAVE A REPLY

Please enter your comment!
Please enter your name here

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles