ການທ່ອງທ່ຽວສູ່ລະດັບໂລກ! ເຊື້ອເຊີນ Sun Group ສ້າງ “Ba Na Hills” ແຫ່ງໃໝ່ ຢູ່ປາກຊ່ອງ ແລະ ສີພັນດອນ

ເມື່ອວັນທີ 9 ພຶດສະພາ 2026 ທີ່ຜ່ານມາ, ທ່ານ ປອ ອາລຸນໄຊ ສູນນະລາດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ໄດ້ນຳພາຄະນະເຂົ້າພົບປະຫາລືວຽກງານຮ່ວມກັບ ຄະນະບໍລິຫານງານ ບໍລິສັດ Sun Group ຢູ່ນະຄອນດານັງ, ສສ ຫວຽດນາມ ເເພື່ອເປີດປະຕູຮັບການລົງທຶນຄັ້ງໃຫຍ່ໃນຂົງເຂດການທ່ອງທ່ຽວ

​ໃນການພົບປະຄັ້ງນີ້, ທ່ານເລຂາພັກແຂວງ ໄດ້ນຳສະເໜີ “ຈຸດແຂງ” ທີ່ໜ້າສົນໃຈ ເພື່ອດຶງດູດບໍລິສັດຜູ້ສ້າງຕຳນານ Ba Na Hills ໃຫ້ມາມຸ່ງໜ້າສູ່ລາວໃຕ້ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງກະເສົາຢູ່ເຂດພູສ່າເຫຼົ້າ ເມືອງໂພນທອງ, ເຂດສີພັນດອນ ເມືອງໂຂງ ແລະ ເຂດເມືອງປາກຊ່ອງ ແຂວງຈຳປາສັກ ໂດຍອີງໃສ່ທ່າແຮງ ແລະ ຈຸດພິເສດຄື:

​ສາຍພົວພັນພິເສດ: ມິດຕະພາບອັນແໜ້ນແຟ້ນລະຫວ່າງ ຈຳປາສັກ-ດານັງ.

​ ໂລຈິສຕິກທີ່ທັນສະໄໝ: ລະບົບການເຊື່ອມຈອດແລວເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ສະດວກສະບາຍ.

​ສູນກາງການເຊື່ອມຕໍ່: ທີ່ຕັ້ງຍຸດທະສາດເຊື່ອມຕໍ່ ໄທ (ອຸບົນ)-ກຳປູເຈຍ-ຫວຽດນາມ.

​ມໍລະດົກໂລກວັດພູ: ແຫຼ່ງທ່ອງທ່ຽວທາງອະລິຍະທຳທີ່ມີຊື່ສຽງລະດັບສາກົນ.

​ອາກາດ “ສະວິດເຊີແລນລາວ”: ເຂດພູພຽງບໍລິເວນທີ່ມີອາກາດໜາວເຢັນ (18-20 ອົງສາ) ຕະຫຼອດປີ.

​ກະສິກຳມູນຄ່າສູງ: ແຫຼ່ງປູກ Blueberry, Blackberry ແລະ Macadamia ທີ່ຫາໄດ້ຍາກໃນພາກພື້ນ.

​3 ຈຸດຍຸດທະສາດ ທີ່ເໝາະສຳລັບໂຄງການຍັກໃຫຍ່:

ພ້ອມນີ້,​ທ່ານ ປອ ອາລຸນໄຊ ໄດ້ຊີ້ເປົ້າໝາຍພື້ນທີ່ທີ່ມີທ່າແຮງສູງສຸດ 3 ແຫ່ງ ຄື:

​ເຂດພູສ່າເຫຼົ້າ-ພູມະໂລງ: ຈຸດຊົມວິວທິວທັດທີ່ສວຍງາມລຽບຕາມລຳນ້ຳຂອງ.

​ເຂດພູພຽງບໍລິເວນ (ເມືອງປາກຊ່ອງ): ເຂດພູໄຟເກົ່າທີ່ມີສະພາບອາກາດດີທີ່ສຸດ, ເໝາະສຳລັບການສ້າງຣີສອດລະດັບ Premium.

​ເຂດສີພັນດອນ: ຄວາມມຫັດສະຈັນທາງທຳມະຊາດທີ່ເປັນເອກະລັກ ໜຶ່ງດຽວໃນອາຊີອາຄະເນ.

​ທາງດ້ານ ຮອງປະທານບໍລິສັດ Sun Group ໄດ້ສະແດງຄວາມສົນໃຈຢ່າງສູງຕໍ່ຂໍ້ມູນດັ່ງກ່າວ ແລະ ຢືນຢັນວ່າ: ໃນເດືອນມິຖຸນາ 2026 ນີ້, ຄະນະນຳຂອງບໍລິສັດ ຈະຮ່ວມເດີນທາງໄປກັບຄະນະຜູ້ແທນນະຄອນດານັງ ເພື່ອມາສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງຢູ່3ຈຸດັ່ງກ່າວຂອງແຂວງຈຳປາສັກ.

​ການຮ່ວມມືຄັ້ງນີ້ ຖືເປັນຄວາມຫວັງໃໝ່ທີ່ຈະຊ່ວຍຍົກລະດັບໃຫ້ຈຳປາສັກ ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວລະດັບໂລກ ທີ່ມີມາດຕະຖານການບໍລິການ ແລະ ສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ຄືກັນກັບ Ba Na Hills ທີ່ໂດ່ງດັງມາແລ້ວ.

ທີ່ມາ: ໜັງສືພິມຈຳປາໃໝ່

ບກ: ມົນທຽນ ໄຊຍະສິດ

Related Articles

LEAVE A REPLY

Please enter your comment!
Please enter your name here

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles