ຜົນສຳຫຼວດເບື້ອງຕົ້ນ 2025 ປະຊາກອນລາວ ແລະ ທີ່ຢູ່ອາໄສ ມີ 6.74ລ້ານຄົນ ອັດຕາກັນເກີດຫຼຸດລົງຕໍ່ເນື່ອງ

ຮູ້ຫຼືບໍ່? ປະຊາກອນລາວເຮົາ ໃນປະຈຸບັນ ມີ 6,744,719 ຄົນ — ແຕ່ທີ່ໜ້າສົນໃຈກວ່ານັ້ນ ແມ່ນ ຄົນລາວຈໍານວນໜຶ່ງ ອາໄສຢູ່ຕ່າງປະເທດ ມີຫຼາຍເຖິງ 313,700 ຄົນ ແລ້ວ ອັດຕາການເກີດລູກຂອງຄອບຄົວລາວ ກໍ່ກຳລັງຫຼຸດລົງຢ່າງຕໍ່ເນື່ອງ.

ຜົນການ ສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ແຫ່ງຊາດ ຄັ້ງທີ 5 ປີ 2025 ໄດ້ຖືກລາຍງານຢ່າງເປັນທາງການໃນກອງປະຊຸມທົບທວນຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ. ຜົນຂອງການສໍາຫຼວດເບື້ອງຕົ້ນ ຊີ້ໃຫ້ຮູ້ວ່າ:

ປະຊາກອນລາວທັງໝົດມີ: 6,744,719 ຄົນ

ໂດຍແບ່ງເປັນ:

ຊາຍ: 3,418,530 ຄົນ (50.7%)

ຍິງ: 3,311,515 ຄົນ (49.3%)

ຢູ່ໃນເຂດເສດຖະກິດພິເສດ: 14,724 ຄົນ

ກອງທັບ ແລະ ຕໍາຫຼວດ: ກວ່າ 95,000 ຄົນ

ພະນັກງານທູດ ແລະ ຄອບຄົວຢູ່ຕ່າງປະເທດ: 630 ຄົນ

ອັດຕາການເພີ່ມປະຊາກອນຫຼຸດລົງຢ່າງຕໍ່ເນື່ອງ

ນີ້ແມ່ນໜຶ່ງໃນຈຸດທີ່ໜ້າສັງເກດທີ່ສຸດ:

ໃນແຕ່ລະໄລຍະເວລາ ມີອັດຕາການປ່ຽນແປງປະຊາກອນດັ່ງນິ້:

1995–2005 ແມ່ນ 2.1% ຕໍ່ປີ

2005–2015 ແມ່ນ1.4% ຕໍ່ປີ

2015–2025 ແມ່ນ 0.8% ຕໍ່ປີ

ສາເຫດຫຼັກ ແມ່ນຄົນລາວໃນຍຸກນີ້ ແຕ່ງງານຊ້າລົງ ແລະ ຕ້ອງການລູກໜ້ອຍລົງ ຍ້ອນການວາງແຜນຄອບຄົວທີ່ດີຂຶ້ນ ແລະ ພາລະດ້ານເສດຖະກິດ.

ການປ່ຽນແປງປະຊາກອນ ໃນແຕ່ລະແຂວງ ບໍ່ຄືກັນ!

ເຊກອງ ເພີ່ມໄວທີ່ສຸດ: 2.1% ຕໍ່ປີ

ຈໍາປາສັກ ຫຼຸດໄວທີ່ສຸດ: -1.2% ຕໍ່ປີ

ແຂວງທີ່ປະຊາກອນຫຼຸດລົງ ຍັງມີ: ຫົວພັນ, ຄໍາມ່ວນ ແລະ ສະຫວັນນະເຂດ.

ຄົນລາວຢູ່ຕ່າງປະເທດ: ຫຼາຍກວ່າທີ່ຄິດ

ຂໍ້ມູນຢ່າງເປັນທາງການ ລະບຸວ່າ ມີຄົນລາວ ຢ່າງໜ້ອຍ 313,700 ຄົນ ທີ່ອາໄສຢູ່ຕ່າງປະເທດ — ແຕ່ຜູ້ຊ່ຽວຊານເຊື່ອວ່າ ຕົວເລກຕົວຈິງ ອາດຈະສູງກວ່ານີ້ຫຼາຍ ເນື່ອງຈາກແຮງງານຍ້າຍຖິ່ນແບບບໍ່ເປັນທາງການ ຍັງມີຄວາມຍາກຕໍ່ການສໍາຫຼວດ.

ສະພາບທີ່ຢູ່ອາໄສ

ຈໍານວນຫຼັງຄາເຮືອນທົ່ວປະເທດ: 1,793,414 ຫຼັງ

ມີຄົນອາໄສຢ່າງຖາວອນ: 81.1%

ຈໍານວນຄອບຄົວ: 1,475,782 ຄອບຄົວ

ສະມາຊິກສະເລ່ຍຕໍ່ຄອບຄົວ: 4.5 ຄົນ

ໂຄງສ້າງອາຍຸ: ລາວຍັງເປັນສັງຄົມໄວໜຸ່ມ

ອາຍຸ 0–14 ປີ: 24.9%

ໄວແຮງງານ (15–64 ປີ): 65%

ຜູ້ສູງອາຍຸ 65 ປີຂຶ້ນໄປ: 5.7%

ຊາວຕ່າງຊາດໃນລາວ

ໃນຈໍານວນທັງໝົດ 98.6% ແມ່ນຄົນສັນຊາດລາວ ສ່ວນຊາວຕ່າງຊາດ 1.4% (ປະມານ 94,000 ຄົນ) ສ່ວນໃຫຍ່ມາຈາກ ຫວຽດນາມ , ຈີນ ມຽນມາ ແລະ ໄທ.

ໝາຍເຫດ

ນີ້ຍັງເປັນ ຜົນການສຶກສາເບື້ອງຕົ້ນ ເທົ່ານັ້ນ. ບົດລາຍງານສໍາຫຼວດຢ່າງລະອຽດ ແລະ ເປັນທາງການ ຈະຖືກເຜີຍແຜ່ ຫຼັງຈາກຜ່ານການກວດສອບ ແລະ ກອງປະຊຸມຂັ້ນສຸດທ້າຍຂອງຄະນະກໍາມະການຊີ້ນໍາແຫ່ງຊາດ.

ຂໍ້ມູນ: ກົມສະຖິຕິແຫ່ງຊາດ ລາວ | ສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ປີ 2025

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles