ວັນທີ 5 ພຶດສະພາ 2026 – ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດຢ່າງຮຸນແຮງຢູ່ໂຮງງານຜະລິດດອກໄມ້ໄຟແຫ່ງໜຶ່ງ ໃນມົນທົນຫູໜານ ທາງພາກກາງຂອງປະເທດຈີນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 21 ຄົນ ແລະ ບາດເຈັບອີກ 61 ຄົນ.
ໂຮງງານຜະລິດດອກໄມ້ໄຟດັ່ງກ່າວ ຕັ້ງຢູ່ໃນເມືອງຫຼິວຢາງ, ນະຄອນຊາງຊາ ເຊິ່ງເປັນສູນກາງການຜະລິດດອກໄມ້ໄຟທີ່ສຳຄັນຂອງໂລກ.
ເຫດລະເບີດເກີດຂຶ້ນໃນວັນຈັນ (4 ພຶດສະພາ) ເວລາປະມານ 16:40 ໂມງ.
ພາບຈາກສື່ສັງຄົມອອນລາຍສະແດງໃຫ້ເຫັນກຸ່ມຄວັນໄຟສີດຳຂະໜາດໃຫຍ່ ພຸ່ງຂຶ້ນສູ່ທ້ອງຟ້າ, ອາຄານພາຍໃນໂຮງງານພັງທະລາຍ ແລະ ມີເສດຊາກຫັກພັງກະຈັດກະຈາຍໄປທົ່ວບໍລິເວນ.
ເຈົ້າໜ້າທີ່ໄດ້ລະດົມກຳລັງນັກດັບເພີງ, ໜ່ວຍກູ້ໄພ ແລະ ບຸກຄະລາກອນທາງການແພດເກືອບ 500 ຄົນ ເຂົ້າໄປຍັງຈຸດເກີດເຫດຢ່າງຮີບດ່ວນ ເພື່ອຄວບຄຸມສະຖານະການ ແລະ ຊ່ວຍເຫຼືອຜູ້ປະສົບໄພ.
ທ່ານ ສີ ຈິ້ນຜິງ ໄດ້ອອກຄຳສັ່ງດ່ວນໃຫ້ມີການກວດສອບຫາສາເຫດຂອງການລະເບີດຢ່າງລະອຽດ ແລະ ເຂັ້ມງວດ.
ພ້ອມທັງເນັ້ນຢ້ຳໃຫ້ມີການກວດກາຄວາມປອດໄພໃນອຸດສາຫະກຳທີ່ມີຄວາມສ່ຽງສູງທົ່ວປະເທດ ເພື່ອປ້ອງກັນບໍ່ໃຫ້ເກີດໂສກນາດຕະກຳແບບນີ້ຄືນອີກ.
ຈີນຖືເປັນຜູ້ສົ່ງອອກດອກໄມ້ໄຟລາຍໃຫຍ່ທີ່ສຸດຂອງໂລກ, ໂດຍມີມູນຄ່າການສົ່ງອອກສູງເຖິງ 1.14 ຕື້ໂດລາສະຫະລັດໃນປີຜ່ານມາ ເຊິ່ງຄິດເປັນຫຼາຍກວ່າ 2 ສ່ວນ 3 ຂອງຍອດຂາຍທົ່ວໂລກ.
ທີ່ມາ: tuoi tre news
Lao Youth Radio FM90MHz

