ເບື້ອງຫຼັງຂອງຫຼຽນຄຳ ແລະ ໃບຍ້ອງຍໍທີ່ນັກຮຽນເກັ່ງໄດ້ຮັບ, ປະຕິເສດບໍ່ໄດ້ວ່າ “ຄູ” ຄືຜູ້ນຳທາງ ແລະ ເປັນກຳລັງແຮງທີ່ສຳຄັນທີ່ສຸດ ຈາກຜົນສຳເລັດການສອບເສັງນັກຮຽນເກັ່ງລະດັບຊາດ ສົກຮຽນ 2025-2026 ທີ່ຜ່ານມາ, ໄດ້ສະແດງໃຫ້ເຫັນວ່າ ຄຸນນະພາບການສຶກສາທີ່ສູງຂຶ້ນນັ້ນ ລ້ວນແຕ່ມາຈາກການສິດສອນທີ່ມີການພັດທະນາ ແລະ ຍົກລະດັບວິຊາສະເພາະຂອງຄູຢ່າງຕໍ່ເນື່ອງ.
ຄູບໍ່ພຽງແຕ່ເປັນຜູ້ຖ່າຍທອດຄວາມຮູ້, ແຕ່ຍັງເປັນຜູ້ຄົ້ນຄວ້າຫຼັກສູດ, ວາງແຜນການສິດສອນ ແລະ ຕິດຕາມຊຸກຍູ້ທັງດ້ານວິຊາການ ແລະ ສະພາບຈິດໃຈຂອງນັກຮຽນ ຄວາມຜິດພາດທີ່ອາດເກີດຂຶ້ນໃນຂັ້ນຕອນການເຮັດວຽກ ຍັງຖືກນຳມາເປັນບົດຮຽນເພື່ອປັບປຸງໃຫ້ມີຄວາມຮັດກຸມ ແລະ ໂປ່ງໃສກວ່າເກົ່າ ດັ່ງນັ້ນ, ທຸກໆໄຊຊະນະຂອງນັກຮຽນ ຈຶ່ງເປັນການຢັ້ງຢືນເຖິງຄວາມເສຍສະຫຼະ ແລະ ຄວາມມຸ່ງໝັ້ນຂອງຄູ ໃນການບຳລຸງສ້າງພອນສະຫວັນ ໃຫ້ກາຍນັກຮຽນເປັນບຸກຄະລາກອນທີ່ມີຄຸນນະພາບ ເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນ ແລະ ພັດທະນາປະເທດຊາດໃນອະນາຄົດ.
ຮູບພາບ: ໜັງສືພິມຈຳປາໃໝ່


