ຍທຂ ທົ່ວປະເທດເລັ່ງແກ້ໄຂ 11 ບັນຫາເລັ່ງດ່ວນ ເພື່ອຍົກລະດັບການຂົນສົ່ງ ແລະ ໂຄງລ່າງພື້ນຖານໃຫ້ເຂັ້ມແຂງ ແລະ ສຸມໃສ່ການພັດທະນາເສັ້ນທາງ

ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປະຈຳປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມ ໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ຊຶ່ງມີຮອງລັດຖະມົນຕີ ຮອງປະທານອົງການກວດກາແຫ່ງລັດ ຮອງປະທານອົງການກວດສອບແຫ່ງລັດ, ຄະນະປົກຄອງນະຄອນຫຼວງວຽງຈັນ-ແຂວງ ແລະ ຜູ້ອໍານວຍການລັດວິສາຫະກິດ, ວິສາຫະກິດເອກະຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມ ແມ່ນເພື່ອເປັນການສະຫຼຸບລາຍງານວຽກງານໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງແຜນການຈັດຕັ້ງປະຕິບັດໃນປີ 2026; ຜ່ານແຜນພັດທະນາ 5 ປີ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ປີ 2026-2030; ພ້ອມນີ້ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນໃນ 11 ບັນຫາຄື:

1) ຄວາມຄືບໜ້າການຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່ໂຄງການ OPBRC ແລະ PRTC;

2) ການຈັດຕັ້ງປະຕິບັດກອງທຶນທາງ (ການສ້ອມແປງທາງ ແລະ ການສ້າງຕັ້ງກອງສ້ອມແປງທາງຕິດພັນກັບວຽກງານສາມສ້າງ);

3) ການຫັນເປັນທັນສະໄໝຂອງຂະແໜງ ຍທຂ;

4) ຜ່ານຮ່າງຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຍທຂ ຕາແສງ;

5) ການຄຸ້ມຄອງການຂົນສົ່ງສິນຄ້າ, ໂດຍສານ;

6) ການຄຸ້ມຄອງລົດບັນທຸກນໍ້າໜັກ, ມາດຕະການຕໍ່ການບັນທຸກນໍ້າໜັກເກີນກຳນົດ;

7) ການແກ້ໄຂບັນຫາການລະເມີດລະບຽບຈາລະຈອນໃນຕົວເມືອງ ຫຼື ມາດຕະການຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນຫຼວງ (ການແລ່ນລົດໄວເກີນຂອບເຂດ, ການບໍ່ເຄົາລົບກົດຈາລະຈອນ, ການຂົນສົ່ງດິນ, ຫີນ, ຊາຍ, ວັດສະດຸກໍ່ສ້າງຕ່າງໆແບບບໍ່ຖືກຕ້ອງ;

ການຄຸ້ມຄອງການເດີນເຮືອ, ຄວາມປອດໄພຂອງເຮືອທ່ອງທ່ຽວ, ເຮືອຂົນສົ່ງສິນຄ້າ, ໂດຍສານ;

9) ການຄຸ້ມຄອງການດູດຫີນແຮ່, ຊາຍ ຮັບໃຊ້ການກໍ່ສ້າງ ເພື່ອບໍ່ໃຫ້ສວຍໂອກາດເຮັດຄໍາຕົກຂ້ອນ;

10) ຂອດປະສານງານກັບບັນດາຂະແໜງການກ່ຽວຂ້ອງຕ່າງໆ (ຂອດປະສານງານພາຍໃນຂອງ ຍທຂ ແລະ ຂອດປະສານງານກັບຂະແໜງການອື່ນໆ);

11) ການສ້າງກົນໄກອໍານວຍຄວາມສະດວກໃຫ້ການຈັດຕັ້ງພາກລັດ, ພາກເອກະຊົນ ແລະ ປະຊາຊົນໃນສັງຄົມ ຫັນມາຊົມໃຊ້ລົດໄຟຟ້າຮອດປີ 2030 ໃຫ້ກວມ 30% ຂອງຈໍານວນ ພາຫະນະທັງໝົດ ໃນຂອບເຂດທົ່ວປະເທດ.

ທີ່ມາ: ປະຊາຊົນ (ຍຸພິນທອງ-ບຸນຕອມ)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles