“ບຸນບັ້ງໄຟ” ຖືເປັນໜຶ່ງໃນຮີດສິບສອງຄອງສິບສີ່ອັນລ້ຳຄ່າຂອງຊາດລາວເຮົາ ທີ່ສືບທອດກັນມາຢ່າງຍາວນານ. ໃນທຸກໆປີ ເມື່ອຮອດເດືອນ 6 ລາວ, ສຽງກອງຕຸ້ມ ແລະ ຂະບວນເຊີ້ງຈະດັງກ້ອງກັງວານໄປທົ່ວທຸກສາລະທິດ ເພື່ອເປັນການບູຊາພະຍາແຖນ ຂໍໃຫ້ຟ້າຝົນຕົກລົງມາຖືກຕ້ອງຕາມລະດູການ. ມັນຄືຂວັນ ແລະ ກຳລັງໃຈອັນຍິ່ງໃຫຍ່ຂອງຊາວນາ ໃນການເລີ່ມຕົ້ນລະດູການຜະລິດໃໝ່ ດ້ວຍຄວາມຫວັງວ່າດິນຟ້າອາກາດຈະເອື້ອອຳນວຍ ແລະ ໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນ.
ຢ່າງໃດກໍຕາມ, ເມື່ອກາລະເວລາປ່ຽນໄປ, ພາບລັກອັນງົດງາມຂອງປະເພນີນີ້ ກັບກາຍເປັນສິ່ງທີ່ໜ້າກັງວົນ ເມື່ອມີ “ຜົນຮ້າຍ” ແອບແຝງເຂົ້າມາຢ່າງບໍ່ຮູ້ຕົວ. ຈາກການຈູດບັ້ງໄຟເພື່ອບູຊາ, ກາຍມາເປັນການແຂ່ງຂັນທີ່ໄຮ້ຂອບເຂດ. ບັ້ງໄຟມີຂະໜາດໃຫຍ່ຂຶ້ນເລື້ອຍໆ ຈາກບັ້ງໄຟໝື່ນ, ບັ້ງໄຟແສນ ຈົນກາຍເປັນບັ້ງໄຟລ້ານ ໂດຍຂາດການຄວບຄຸມດ້ານເຕັກນິກ ແລະ ຄວາມປອດໄພທີ່ໄດ້ມາດຕະຖານ, ລວມໄປຮອດສະຖານທີ່ຈູດບັ້ງໄຟກໍ່ໃກ້ກັບບ້ານຄົນເຮືອນຄົນ ເຊິ່ງມັນມີຄວາມສ່ຽງທີ່ບັ້ງໄຟຈະໄປຕົກໃສ່ເຮືອນປະຊາຊົນ.
ພວກເຮົາໄດ້ເຫັນຂ່າວຄາວທີ່ໜ້າສະລົດໃຈຢູ່ເລື້ອຍໆ ບໍ່ວ່າຈະເປັນບັ້ງໄຟແຕກລະເບີດທີ່ພາກຊີວິດ ແລະ ສ້າງຄວາມພິການໃຫ້ແກ່ຜູ້ຄົນມາແລ້ວກໍ່ຫລາຍ. ຫຼ້າສຸດ, ເຫດການທີ່ເມືອງວັງວຽງ ທີ່ບັ້ງໄຟຕົກໃສ່ຫຼັງຄາເຮືອນປະຊາຊົນຢູ່ບ້ານພູດິນແດງ ເມືອງວັງວຽງ ແມ່ນສັນຍານເຕືອນໄພທີ່ຊັດເຈນວ່າ “ຄວາມໂຊກດີອາດຈະບໍ່ມີສະເໝີໄປ”. ນອກຈາກຄວາມສ່ຽງທາງກາຍະພາບແລ້ວ, ຍັງມີບັນຫາ “ການພະນັນ” ທີ່ເຂົ້າມາແຊກຊຶມ ຈົນກາຍເປັນການຍາດຊີງດີຊີງເດັ່ນກັນ, ເກີດຄວາມຂັດແຍ່ງລະຫວ່າງບ້ານຕໍ່ບ້ານ, ບຸກຄົນຕໍ່ບຸກຄົນ ແທນທີ່ຈະເປັນການສ້າງຄວາມສາມັກຄີຮັກແພງຄືໃນອະດີດ.
ບັນຫາທີ່ບໍ່ສາມາດເບິ່ງຂ້າມໄດ້ອີກຢ່າງໜຶ່ງຄື “ນ້ຳເມົາ”. ການດື່ມສຸລາຢ່າງຂາດສະຕິໃນງານບຸນ ບໍ່ພຽງແຕ່ທຳລາຍຄວາມສະຫງົບສຸກ, ແຕ່ຍັງເປັນຕົ້ນເຫດຂອງອຸປະຕິເຫດຕາມທ້ອງຖະໜົນ, ການທະເລາະວິວາດໃນຄອບຄົວ ແລະ ການອາລະວາດຕີກັນໃນງານ. ພ້ອມກັນນັ້ນ, ຮູບແບບການເຊີ້ງ ຫຼື ການສະແດງບາງຢ່າງທີ່ໃຊ້ຄຳເວົ້າ ແລະ ທ່າທາງທີ່ບໍ່ສຸພາບເກີນຂອບເຂດ ກໍ່ກຳລັງກັດເຊາະພາບລັກອັນດີງາມຂອງວັດທະນະທຳລາວ ແລະ ສົ່ງຜົນກະທົບຕໍ່ຄວາມປະທັບໃຈຂອງນັກທ່ຽວທ່ຽວ.
ເຖິງເວລາແລ້ວທີ່ພວກເຮົາທຸກພາກສ່ວນໃນສັງຄົມ ຈະຕ້ອງໄດ້ຫັນມາທົບທວນ ແລະ ຄົ້ນຄິດຮ່ວມກັນຢ່າງຈິງຈັງ. ຈະເຮັດແນວໃດໃຫ້ “ບຸນບັ້ງໄຟ” ຍັງຄົງຄວາມສັກສິດ ແລະ ສວຍງາມ?
– ຄວນມີມາດຕະການກວດກາຂະໜາດ ແລະ ເຕັກນິກຂອງບັ້ງໄຟໃຫ້ມີຄວາມປອດໄພສູງສຸດ ບໍ່ຄວນເຮັດບັ້ງໄຟທີ່ໃຫຍ່ເກີນໄປ ເນັ້ນຄວາມປອດໄພ ແຕ່ຮັກສາໄດ້ຕາມຮີດຄອງ.
– ຫັນມາເນັ້ນໃສ່ເນື້ອໃນທາງວັດທະນະທຳ, ຄວາມສາມັກຄີ ແລະ ການທ່ອງທ່ຽວສີຂຽວ ທີ່ປອດໄພ ຈາກສິ່ງມຶນເມົາທີ່ເກີນຂອບເຂດ ແລະ ບັນຫາການພະນັນ.
ຂໍໃຫ້ພວກເຮົາຮ່ວມແຮງຮ່ວມໃຈກັນ ກຳຈັດປັດເປົ່າສິ່ງຫຍໍ້ທໍ້ເຫຼົ່ານີ້ອອກໄປ ເພື່ອໃຫ້ບຸນບັ້ງໄຟເປັນມໍລະດົກທາງຈິດໃຈທີ່ປອດໄພ ແລະ ເປັນຄວາມພາກພູມໃຈຂອງຊາດລາວເຮົາຕະຫຼອດໄປ.
Lao Youth Radio FM90MHz



