1 ພຶດສະພາ ວັນກຳມະກອນສາກົນ

ຕາມກົດໝາຍແຮງງານຂອງ ສປປ ລາວ ໄດ້ມີການກຳນົດໃຫ້ວັນກຳມະກອນສາກົນ ເຊິ່ງກົງກັບວັນທີ 1 ພຶດສະພາ ຂອງທຸກໆປີ ເປັນມື້ພັກທີ່ລູກຈ້າງ ຫຼື ຜູ້ອອກແຮງງານ ພ້ອມໄດ້ຮັບ​ຄ່າແຮງງານ​ ເທົ່າ​ກັບ​ຄ່າ​ແຮງງານ​ ຄື​ໃນ​ມື້​ເຮັດວຽກ​ ຖ້າຫາກຝ່າຝືນຖືວ່າມີຄວາມຜິດ.​

ວັນທີ​ 1 ພຶດສະພາຂອງທຸກໆປີ​ ເປັນ​ວັນກຳມະກອນສາກົນ​ ເຊິ່ງເປັນວັນເພື່ອ​ທີ່ໃຫ້​ສັງຄົມ​ໄດ້​ຄຳນຶງ​ເຖິງ​ຄວາມ​ສຳຄັນ​ຂອງ​ຜູ້ອອກ​ແຮງ​ງານ ​ແລະ​ໃຫ້​ຜູ້​ອອກ​ແຮງ​ງານ​ໄດ້​ຮ່ວມ​ສະເຫຼີມ​ສະຫຼອງ​ໃນ​ໂອ​ກາດ​ວັນກຳມະກອນສາກົນ.​ ທັງນີ້ ກົດໝາຍແຮງງານ ສະບັບປີ 2013 ໄດ້ກຳນົດໄວ້ໃນມາດຕາ 55 ກ່ຽວກັບມື້ພັກທາງລັດຖະການ ແລະ ມື້ພັກບຸນປະເພນີ ເຊິ່ງສຳລັບວັນກຳມະກອນສາກົນກຳນົດໃຫ້ພັກໜຶ່ງວັນໃນວັນທີ 1 ພຶດສະພາ 2026 ແລະ​ ໃຫ້​ນາຍ​ຈ້າງ​ຈ່າຍ​ຄ່າ​ຈ້າງ​ໃຫ້​ກັບ​ລູກ​ຈ້າງ​ໃນ​ມື້ພັກນີ້ຄືກັບມື້ເຮັດວຽກປົກກະຕິ.​

ແນວໃດກໍຕາມ ສຳລັບ​ນາຍ​ຈ້າງ​ທີ່​ບໍ່​ອາດ​ໃຫ້​ລູກ​ຈ້າງ​ພັກວຽກໄດ້​ ເນື່ອງ​ຈາກ​ລູກ​ຈ້າງ​ເຮັດວຽກ​​ໃນ​ກິດຈະການ​ໂຮງ​ແຮມ​, ສະຖານ​ບັນເທີງ, ຮ້ານ​ຂາຍ​ອາຫານ,​ ຮ້ານ​ຂາຍ​ເຄື່ອງ,​ ສະຖານ​ພະ​ຍາ​ບານ,​ ສະຖານ​ບໍລິການ​ທ່ອງ​ທ່ຽວ​, ວຽກງານ​ຂົນ​ສົ່ງ​ ແລະ ​ວຽກງານທີ່​ມີ​ລັກສະນະ​ ຫຼື ​ສະພາບ​ຂອງ​ວຽກ​ຕ້ອງ​ເຮັດ​ຕິ​ດ​ຕໍ່​ກັນ​ໄປ​ ຖ້າ​ຢຸດພັກ​ຈະ​ເສຍ​ຫາຍ​ກັບວຽກ,​ ໃຫ້​ນາຍ​ຈ້າງ​ຕົກລົງ​ກັບ​ລູກ​ຈ້າງ​ວ່າ ​ຈະໃຫ້​ຢຸດ​ຊົດ​ເຊີຍ​ໃນ​ມື້​ອື່ນໆ​ແທນ ຫຼື ​ຈະ​ຈ່າຍ​ຄ່າ​ເຮັດວຽກ​ເປັນໂມງ OT ຫຼື ລ່ວງເວລາ ໃນ​ມື້ພັກ​ໃຫ້​ກັບ​ລູກ​ຈ້າງ.​

ສຳລັບກໍລະນີ​ທີ່​ຕົກລົງ​ກັນ​ວ່າ​ຈະ​ຈ່າຍ​ຄ່າ​ເຮັດວຽກ​ໃນມື້ພັກນັ້ນ​, ນາຍ​ຈ້າງ​ຈະ​ຕ້ອງ​ຈ່າຍ​ຄ່າ​ຈ້າງ​ໃຫ້​ກັບ​ລູກ​ຈ້າງ​ 250% ຂອງຄ່າແຮງປົກກະຕິ ສຳລັບຊົ່ວໂມງເຮັດວຽກປົກກະຕິ, 300% ຂອງຄ່າແຮງປົກກະຕິສຳລັບຊົ່ວໂມງລະຫວ່າງ 16:00 – 22:00 ໂມງ ແລະ 350% ສຳລັບຊົ່ວໂມງລະຫວ່າງ 22:00 – 6:00 ໂມງເຊົ້າ.

ພ້ອມກັນນັ້ນ ກົດໝາຍແຮງງານຍັງກຳນົດມາດຕະການຕໍ່ກັບຜູ້ທີ່ລະເມີດໄວ້ ໂດຍມີທັງມາດຕະການສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໂຈະກິດຈະການຊົ່ວຄາວ, ຖອນໃບອະນຸຍາດການດຳເນີນທຸລະກິດ ຫຼື ດຳເນີນຄະດີ ແລ້ວແຕ່ກໍລະນີໜັກເບົາ. ທັງນີຜູ້ອອກແຮງງານສາມາດສະເໜີຕໍ່ອົງການຄຸ້ມຄອງແຮງງານ ກໍລະນີພົບເຫັນການລະເມີດຕໍ່ຂໍ້ກຳນົດຂອງກົດໝາຍແຮງງານຕາມທີ່ເຮົາກ່າວມາຂ້າງເທິງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles