​ຊົມເຊີຍ ວັນກຳມະກອນສາກົນ ຄົບຮອບ 140​ ປີ (01/05/1886-01/05/2026) ປີນີ້ກໍ່ຄົບຮອບ 140 ປີ ຖືເປັນຄວາມສໍາເລັດ ອັນຍາວນານຫຼາຍກວ່າ 13 ທົດສະວັດ ກັບ ປະຫວັດສາດການຕໍ່ສູ້ ເພື່ອຜົນປະໂຫຍດ ຂອງຊາວຜູ່ອອກແຮງງານ

​ໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ປະທ້ວງ ຕໍ່ສູ້​ ສົມທົບກັບເນຶ້ອໃນຂອງຖະແຫຼງການ ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ​ ວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ”. ໃນມື້ນັ້ນ ໄດ້ມີກຳມະກອນ ນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ; ມີຜູ້ເຂົ້າຮ່ວມ 3 ແສນ 4 ໝື່ນຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ. ໃນຂະບວນການດັ່ງກ່າວ, ພວກນາຍທຶນໄດ້ສົມທົບກັບເຈົ້າໜ້າທີ່ຍິງປືນກວາດໃສ່ຂະບວນການປະທ້ວງເຮັດໃຫ້ມີ ຄົນເສຍຊີວິດ 9 ຄົນ.

ຕໍ່ມາວັນທີ 5 ພຶດສະພາ 1886, ນາຍທຶນໄດ້ຂ້າກຳມະກອນເສຍຊີວິດອີກ 6 ຄົນ, ບາດເຈັບ 50 ຄົນ, ແຕ່ຂະບວນການຕໍ່ສູ້ຂອງກຳມະກອນ ກໍບໍ່ໄດ້ຢຸດເຊົາ. ໃນມື້ຕໍ່ມາ, ຂະບວນແຫ່ປະທ້ວງໄດ້ເພີ່ມທະວີກຳລັງແຮງຂອງກຳມະກອນຂຶ້ນຕື່ມອີກ ຊຶ່ງມີຜູ້ເຂົ້າຮ່ວມເຖິງ 15.000 ຄົນ ເພື່ອຄັດຄ້ານການກະທຳ ຂອງພວກນາຍທຶນ ແລະ ເຈົ້າໜ້າທີ່ກຳອຳນາດ. ຂະບວນການປະທ້ວງ ໃກ້ຈະຢຸດຕິລົງ, ພວກຄົນບໍ່ດີຂອງນາຍທຶນພັດ ໄດ້ແກວ່ງລະເບີດໃສ່ຂະບວນການປະທ້ວງເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 2 ຄົນ.

ຕໍ່ເຫດການນັ້ນ, ພວກເຂົາ ໄດ້ຕູ່ຫາວ່າກຳມະກອນເປັນຜູ້ແກວ່ງລະເບີດໃສ່ເຈົ້າໜ້າທີ່, ຈາກນັ້ນພວກເຂົາກໍໄດ້ຍິງປືນກວາດໃສ່ຂະບວນການ ປະທ້ວງ​ ເຮັດໃຫ້ຄົນເສຍຊີວິດເປັນຈຳນວນຮ້ອຍໆຄົນ ແລະ ບາດເຈັບຈຳນວນຫຼວງຫຼາຍ, ຫຼາຍຄົນຖືກຈັບ, ໃນນັ້ນ 5 ຄົນຖືກປະຫານຊີວິດ. ຕາມບົດລາຍງານຂອງສະຫະພັນແຮງງານຂອງອາເມລິກາ ໄດ້ຕີລາຄາວ່າ: “ໃນປະຫວັດສາດຂອງອາເມລິກາ ບໍ່ມີເວລາໃດທີ່ຂະບວນການຂອງມະຫາຊົນລຸກຮື້ຂຶ້ນຕໍ່ສູ້ ພ້ອມກັນຢູ່ຕາມໂຮງຈັກ ໂຮງງານຄືແນວນີ້”.

ຈາກເຫດການຂອງວັນທີ 1 ພຶດສະພາ 1886 ໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງຂອງຂະບວນການກຳມະກອນຢູ່ທະວີບເອີລົບ ແລະ ທະວີບ ອາເມລິກາ, ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສຳຄັນໃຫຍ່ຫຼວງ ຂອງຊົນຊັ້ນກຳມະກອນ ໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.

ຕໍ່ໜ້າສະພາບການຄືແນວນັ້ນ, ໃນວັນທີ 14 ກໍລະກົດ ປີ 1889, ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ, ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີລົບ, ອາເມລິກາ ແລະ ອາກຊັງຕິນ. ທີ່ປະຊຸມໄດ້ຜ່ານໂຄງການດຳເນີນ ງານສຳຄັນ​ ຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ” ຊຶ່ງແຕ່ນັ້ນມາ “ວັນທີ 1 ເດືອນ ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.

ສະເພາະຢູ່ ສປປ ລາວ ໃນທຸກໆປີ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງງານໂຮມຊຸມນຸມໃຫຍ່ເພື່ອລະນຶກເຖິງມູນເຊື້ອສາມັກຄີ ຕໍ່ສູ້ຂອງຊົນຊັ້ນກຳມະກອນ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ, ທັງເປັນການປົກປັກຮັກສາສັນຕິພາບໂລກ ເປັນຂີດໝາຍອັນສຳຄັນຂອງຊົນຊັ້ນກຳມະກອນ.

ພາບໂດຍ: AI

​Lao Youth​ Radio​FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles