ໃນຍຸກທີ່ປັນຍາປະດິດ ຫຼື AI ກ້າວເຂົ້າມາມີບົດບາດໃນທຸກວົງການ ບໍ່ເວັ້ນແມ່ນແຕ່ “ວົງການເພງ” ທີ່ຫຼາຍຄ່າຍເພງເລີ່ມນຳໃຊ້ AI ມາແຕ່ງເນື້ອຮ້ອງ ເຮັດດົນຕີ ຫຼື ແມ່ນແຕ່ສ້າງສຽງຮ້ອງແທນຄົນແທ້ໆ. ແຕ່ຜົນການສຳຫຼວດຫຼ້າສຸດກັບພົບເລື່ອງທີ່ໜ້າສົນໃຈວ່າ: ໄວຮຸ່ນຍຸກໃໝ່ບໍ່ໄດ້ປື້ມຄືທີ່ເຮົາຄິດ.
ກະແສເພງ AI ກໍາລັງ “ຕິດລົບ” ໃນກຸ່ມ Gen Z ແລະ Gen Alpha
ລາຍງານຈາກ Luminate ທີ່ໄດ້ສຶກສາພຶດຕິກຳຜູ້ບໍລິໂພກໃນສະຫະລັດອາເມລິກາ (ຊ່ວງເດືອນພຶດສະພາ – ພະຈິກ 2025) ເຜີຍໃຫ້ເຫັນວ່າ ຄວາມສົນໃຈໃນການຟັງເພງທີ່ສ້າງໂດຍ AI ຫຼຸດລົງໃນທຸກກຸ່ມອາຍຸ. ທີ່ໜ້າຕົກໃຈແມ່ນກຸ່ມ Gen Z ແລະ Gen Alpha ເຊິ່ງປົກກະຕິຈະເປັນກຸ່ມທີ່ຮັບເອົາເຕັກໂນໂລຊີໃໝ່ໆໄດ້ໄວທີ່ສຸດ ຊ້ຳພັດເປັນກຸ່ມທີ່ “ບໍ່ມັກ” ເພງ AI ຫຼາຍທີ່ສຸດ ໂດຍຕົວເລກຄວາມສົນໃຈລົງຈາກ -6% ໄປຢູ່ທີ່ -16% ພາຍໃນເວລາພຽງ 6 ເດືອນເທົ່ານັ້ນ.
ເປັນຫຍັງຄົນຮຸ່ນໃໝ່ຈຶ່ງເລືອກ “ບໍ່ຟັງ”?
ເຫດຜົນຫຼັກໆທີ່ເຮັດໃຫ້ພວກເຂົາເລືອກທີ່ຈະເລີກສະໜັບສະໜູນທັນທີເມື່ອຮູ້ວ່າເປັນເພງ AI ກໍຄື:
1. ຂາດສະເໜ່ ແລະ ຈິດວິນຍານ: ພວກເຂົາຄິດວ່າເພງທີ່ແຕ່ງໂດຍ AI ຂາດ “ຄວາມເປັນມະນຸດ” ທີ່ສື່ສານອາລົມອອກມາຈາກປະສົບການແທ້ໆ.
2. ຕ້ອງການສະໜັບສະໜູນສິລະປິນຕົວຈິງ: ຄົນຮຸ່ນໃໝ່ໃຫ້ຄວາມສຳຄັນກັບຄວາມພະຍາຍາມ ແລະ ຕົວຕົນຂອງສິລະປິນທີ່ພວກເຂົາຮັກ.
3. ຄວາມຮູ້ສຶກຕໍ່ຕ້ານ: ບໍ່ແມ່ນແຕ່ໄວຮຸ່ນເທົ່ານັ້ນ ແມ່ນແຕ່ກຸ່ມ Baby Boomer ກໍເປັນອີກກຸ່ມໜຶ່ງທີ່ມີທັດສະນະຄະຕິເປັນລົບຕໍ່ເພງ AI ຢ່າງຮຸນແຮງ.
ຢ່າງໃດກໍຕາມ, ກໍຍັງມີກຸ່ມ Gen Y (Millennials) ທີ່ເບິ່ງຄືວ່າຈະເປີດໃຈ ແລະ ຍອມຮັບເພງຈາກ AI ໄດ້ຫຼາຍກວ່າກຸ່ມອື່ນໆ.
ບົດສະຫຼຸບ: ເຕັກໂນໂລຊີຊ່ວຍໄດ້ ແຕ່ແທນທີ່ “ຄວາມຮູ້ສຶກ” ບໍ່ໄດ້
ເລື່ອງນີ້ສະທ້ອນໃຫ້ເຫັນວ່າ ເຖິງ AI ຈະເກັ່ງປານໃດ ແຕ່ໃນໂລກຂອງສິລະປະ “ມົນສະເໜ່” ທີ່ເກີດຈາກການກັ່ນຕອງຜ່ານຄວາມຮູ້ສຶກຂອງມະນຸດ ຍັງເປັນສິ່ງທີ່ຜູ້ຄົນຍັງຫຼົງໄຫຼຢູ່ສະເໝີ.
ແຫຼ່ງອ້າງອີງ: Luminate (Luminate Data Insight Report 2025)

