ຄະນະນຳນະຄອນປາກເຊ ລົງພື້ນທີ່ຕົວຈິງ! ເລັ່ງສະສາງບັນຫາຂີ້ເຫຍື້ອຕົກຄ້າງ ເພື່ອຍົກລະດັບຄວາມສະອາດ ແລະ ຄວາມງາມຂອງຕົວເມືອງ

ໃນຕອນແລງຂອງວັນທີ 29 ເມສາ 2026, ຄະນະນຳນະຄອນປາກເຊ ນຳໂດຍ ທ່ານ ຄອນສະຫວັນ ວັນນິວົງຄຳ, ຮັກສາການເລຂາພັກນະຄອນປາກເຊ, ພ້ອມດ້ວຍ ທ່ານ ເກດສະໜາ ຄຳມິ່ງສະຫວັດ, ຮອງປະທານຄະນະກຳມະການປົກຄອງນະຄອນປາກເຊ, ທ່ານ ວິລັດ ນຽມທະຈິດ, ຫົວໜ້າຄະນະໂຄສະນາອົບຮົມນະຄອນປາກເຊ ແລະ ພາກສ່ວນກ່ຽວຂ້ອງທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ການແກ້ໄຂບັນຫາຂີ້ເຫຍື້ອຕົກຄ້າງໃນເຂດເທສະບານນະຄອນ.

​ການລົງພື້ນທີ່ໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອປະເມີນສະພາບຄວາມເປັນຈິງ ແລະ ຊອກຫາວິທີການແກ້ໄຂບັນຫາໃຫ້ທັນກັບສະພາບການ, ແນໃສ່ຟື້ນຟູນະຄອນປາກເຊ ໃຫ້ກັບມາມີຄວາມສະອາດ, ເປັນລະບຽບຮຽບຮ້ອຍ ແລະ ສວຍງາມຄືດັ່ງເດີມ.

ເລັ່ງການເກັບມ້ຽນ: ຕ້ອງດຳເນີນການສະສາງ ແລະ ເກັບມ້ຽນຂີ້ເຫຍື້ອທີ່ຕົກຄ້າງທັງໝົດໃຫ້ສຳເລັດໂດຍໄວທີ່ສຸດ ແລະ ຕ້ອງປະຕິບັດການຂົນສົ່ງເປັນປະຈຳທຸກວັນ ບໍ່ໃຫ້ມີການສະສົມ.

ການຈັດສັນວຽກງານ: ໃຫ້ມີການແບ່ງຄວາມຮັບຜິດຊອບລະຫວ່າງພາກສ່ວນຕ່າງໆ ໃຫ້ລະອຽດຈະແຈ້ງ ແລະ ຕ້ອງປະຕິບັດຕາມຕາຕະລາງການລົງເກັບມ້ຽນໃນແຕ່ລະຈຸດຢ່າງເຂັ້ມງວດ.

ເປົ້າໝາຍສູງສຸດແມ່ນການເຮັດໃຫ້ນະຄອນປາກເຊປາສະຈາກສິ່ງເສດເຫຼືອສະສົມໃນໄລຍະຍາວ ເພື່ອຮັກສາພາບລັກຄວາມສະອາດສວຍງາມຂອງຕົວເມືອງທ່ອງທ່ຽວ.

​ນອກຈາກມາດຕະການທາງພາກລັດແລ້ວ, ທ່ານຮັກສາການເລຂາພັກນະຄອນ ຍັງໄດ້ຮຽກຮ້ອງມາຍັງອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທຸກຊັ້ນຄົນ ໃຫ້ຮ່ວມແຮງຮ່ວມໃຈກັນ:

ຮ່ວມເປັນເຈົ້າການ: ເອົາໃຈໃສ່ຮັກສາຄວາມສະອາດຢູ່ບໍລິເວນເຮືອນຊານ, ຫ້າງຮ້ານ ແລະ ສະຖານທີ່ສາທາລະນະຕ່າງໆ.

ຖິ້ມຂີ້ເຫຍື້ອໃຫ້ຖືກຈຸດ: ຂໍຄວາມຮ່ວມມືໃຫ້ຢຸດຕິການຖິ້ມຂີ້ເຫຍື້ອຊະຊາຍຕາມແຄມທາງ ຫຼື ສະຖານທີ່ບໍ່ໄດ້ຮັບອະນຸຍາດ ແລະ ໃຫ້ນຳມາໄວ້ຕາມຈຸດທີ່ກຳນົດໄວ້ ເພື່ອຄວາມສະດວກໃນການເກັບຂົນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.

​ຂ່າວໂດຍ: ໜັງສືພິມຈຳປາໃໝ່

Laos Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles