ນະຄອນຫຼວງວຽງຈັນ, 29 ເມສາ 2026 ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັນ ວ່າດ້ວຍການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຊາຍແດນ ຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ ໂດຍມີເປົ້າໝາຍເພື່ອຍົກລະດັບການຮ່ວມມືສອງຝ່າຍ ໃນການຮັບມືກັບບັນຫາ PM2.5, ໄຟໄໝ້ປ່າ ແລະ ມົນລະພິດທາງອາກາດທີ່ສົ່ງຜົນກະທົບຂ້າມພົມແດນ.
ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນໂດຍມີ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ທ່ານ ສຸຊາດ ຊົມກຣິ່ນ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຣາຊະອານາຈັກໄທ ເປັນປະທານຮ່ວມ.
ພ້ອມນີ້ ຍັງມີ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ຄະນະຜູ້ແທນຂັ້ນສູງ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພາກສ່ວນວິຊາການຈາກທັງສອງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືຮ່ວມກັນໃນລະດັບນະໂຍບາຍ ກ່ຽວກັບການຮັບມືມົນລະພິດໝອກຄວັນຂ້າມຊາຍແດນ ໂດຍເນັ້ນໃສ່ການວິເຄາະສະພາບ PM2.5 ໃນ ສປປ ລາວ, ການກຳນົດມາດຕະການແກ້ໄຂຮ່ວມ, ການກະກຽມການເປັນເຈົ້າພາບກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 14 ແລະ ກອງປະຊຸມວິຊາການ ຄັ້ງທີ 20 ຂອງອະນຸພາກພື້ນແມ່ນ້ຳຂອງ ທີ່ຈະຈັດຂຶ້ນໃນຕໍ່ໜ້າ.
ເນື້ອໃນສຳຄັນທີ່ຖືກຍົກຂຶ້ນປຶກສາ ປະກອບມີ:
• ສະພາບການມົນລະພິດໝອກຄວັນ PM2.5 ໃນ ສປປ ລາວ ແລະ ມາດຕະການແກ້ໄຂ
• ການກະກຽມການເປັນເຈົ້າພາບກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 14
• ການກະກຽມກອງປະຊຸມຄະນະວິຊາການ ຄັ້ງທີ 20 ຂອງອະນຸພາກພື້ນແມ່ນ້ຳຂອງ
• ຄວາມຄືບໜ້າການຈັດຕັ້ງ “ຍຸດທະສາດຟ້າໃສ” ໃນ ສປປ ລາວ
• ລາຍງານຄວາມຄືບໜ້າແຜນຮ່ວມມື 3 ປະເທດ ລາວ-ມຽນມາ-ໄທ
• ການຮ່ວມມືດ້ານເຄືອຂ່າຍປ້ອງກັນ ແລະ ສະກັດກັ້ນໄຟໄໝ້ປ່າ
• ການຕິດຕາມກວດກາຄຸນນະພາບອາກາດ ແລະ ການແລກປ່ຽນຂໍ້ມູນ
• ການກະກຽມບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງສອງກະຊວງ
ກອງປະຊຸມໄດ້ປະເມີນຮ່ວມກັນວ່າ ບັນຫາມົນລະພິດໝອກຄວັນໃນປີ 2026 ຍັງເປັນສິ່ງທ້າທາຍສຳຄັນຂອງພາກພື້ນ ໂດຍສະເພາະສາເຫດຈາກໄຟໄໝ້ປ່າ, ການເຜົາໃນພື້ນທີ່ກະສິກຳ ແລະ ການເຄື່ອນຕົວຂອງມວນອາກາດຂ້າມແດນ.
ໃນຕອນທ້າຍຂອງກອງປະຊຸມ, ທັງສອງກະຊວງໄດ້ຕົກລົງເຫັນດີ ສືບຕໍ່ເສີມຂະຫຍາຍແຜນການຮ່ວມມືໃນໄລຍະຕໍ່ໜ້າ ໂດຍຈະຮ່ວມກັນກະກຽມບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງສອງກະຊວງ ກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງຄາດວ່າຈະສາມາດລົງນາມຮ່ວມກັນໄດ້ ໃນໄລຍະກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 14 ຂອງອະນຸພາກພື້ນແມ່ນ້ຳຂອງ ໃນທ້າຍເດືອນມິຖຸນາ 2026.
ທີ່ມາ: ຂ່າວສານກະສິກຳ ແລະ ສິງແວດລ້ອມ
Laos Youth Radio

