ກະຊວງ ຍທຂ ອອກແຈ້ງການ ໃຫ້ແຕ່ງຕັ້ງຄະນະສະເພາະກິດກວດກາຄຸນນະພາບ, ມາດຕະຖານເຕັກນິກລົດ ແລະ ຄຸນສົມບັດຂອງນັກ ຂັບຂີ່ລົດໂດຍສານທັງພາຍໃນ ແລະ ຕ່າງປະເທດ ໃນຂອບເຂດທົ່ວປະເທດ ໃຫ້ສຳເລັດພາຍໃນປີ 2026.
ອີງໃສ່ຫາງສຽງສັງຄົມຕໍ່ກັບສະພາບອຸບປະຕິເຫດລົດເມໂດຍສານປີ້ນ, ຂວ້າມ ໃນໄລຍະຜ່ານມາ ແລະ ໃນວັນທີ 22 ເມສາ 2026 ນີ້ ກໍ່ມີກໍລະນີລົດເມໂດຍສານ ປາກເຊ-ວຽງຈັນ ເກີດອຸບປະຕິເຫດປີ້ນ ຢູ່ ເມືອງປາກກະດິງ ແຂວງບໍ ລິຄຳໄຊ ເຮັດໃຫ້ມີຄົນເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ ເຊິ່ງສາເຫດຫຼັກຍັງແມ່ນຍ້ອນສະພາບເຕັກນິກລົດບໍ່ໄດ້ ມາດຕະຖານ ແລະ ຜູ້ຂັບຂີ່ (ໂຊເຟີລົດ) ຂັບລົດດ້ວຍຄວາມປະໝາດ ແລະ ຂາດຄຸນສົມບັດ.
ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ທັນການ ແລະ ບໍ່ໃຫ້ເກີດມີບັນຫາດັ່ງກ່າວຕື່ມອີກ ໃນອະນາຄົດ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນກຽດແຈ້ງສະເໜີມາຍັງ ທ່ານປະທານຄະນະກຳມະການປົກຄອງນະຄອນຫຼວງ, ບັນດາ ແຂວງ ໃນຂອບເຂດທົ່ວປະເທດ ຮີບຮ້ອນແຕ່ງຕັ້ງ ຄະນະສະເພາະກິດກວດກາຄຸນນະພາບ, ມາດຕະຖານເຕັກນິກລົດ ໂດຍສານທັງພາຍໃນ ແລະ ຕ່າງປະເທດ ແນ່ໃສ່ປັບປຸງໃຫ້ໄດ້ມາດຕະຖານ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ພ້ອມທັງ ກວດກາຄຸນສົມບັດຂອງນັກຂັບຂີ່ ເພື່ອຄັດເລືອກໃຫ້ໄດ້ນັກຂັບຂີ່ທີ່ມີສຸຂະພາບແຂງແຮງ, ມີມາດຕະຖານຄົບ ຖ້ວນຕາມລະບຽບການທີ່ໄດ້ກຳນົດໄວ້.
ມອບໃຫ້ ພະແນກ ຍທຂ ນະຄອນຫຼວງ, ບັນດາແຂວງ ໃນຂອບເຂດທົ່ວປະເທດ ເປັນເຈົ້າການໃນການປະສານ ສົມທົບກັບ ກົມຂົນສົ່ງ ກະຊວງ ຍທຂ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດເນື້ອໃນແຈ້ງການສະບັບນີ້ ຢ່າງເຂັ້ມງວດ.
ອ່ານລາຍລະອຽດຕື່ມຕາມແຈ້ງການ

