ເພື່ອເປັນການອໍານວຍຄວາມສະດວກໃນການຊຳລະອາກອນທີ່ດິນ (ຄ່າພາສີທີ່ດິນ) ປະຈາປີ 2026 ໃຫ້ແກ່ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງສິດນຳໃຊ້ທີ່ດິນ, ຜູ້ນໍາໃຊ້ ຫຼື ຄອບຄອງທີ່ດິນໃນຂອບເຂດທົ່ວ ປະເທດ ກະຊວງການເງິນ ໄດ້ເພີ່ມຊ່ອງທາງໃນການລົງທະບຽນຕອນດິນເຂົ້າໃນລະບົບແອັບພິເຄເຊິນ ເທິງມືຖື ທີ່ມີຊື່ວ່າ MOF Land Tax ເຊິ່ງມີລາຍລະອຽດ ຕາມຂັ້ນຕອນດັ່ງລຸ່ມນີ້:
1. ດາວໂຫຼດ ແອັບພິເຄເຊິນ MOF Land Tax ທັງລະບົບ Android ແລະ IOS ລົງໃນໂທລະສັບມືຖືຂອງທ່ານ:
2. ລົງທະບຽນຜູ້ໃຊ້ງານເຂົ້າໃນລະບົບ ໂດຍການກົດປຸ່ມລົງທະບຽນພ້ອມທັງປ້ອນຂໍ້ມູນສ່ວນຕົວຂອງເຈົ້າຂອງ ໂທລະສັບ ເຊັ່ນ: ເບີໂທລະສັບ, ຕັ້ງລະຫັດຜ່ານ ເພື່ອສະໝັກນໍາໃຊ້ ແອັບພິເຄເຊິນ MOF Land Tax;
ລົງທະບຽນຕອນດິນເຂົ້າໃນລະບົບ ໂດຍຜູ້ນໍາໃຊ້ລະບົບ 01 user ສາມາດລົງທະບຽນໄດ້ຫຼາຍຕອນດິນຕາມສິດ ນໍາໃຊ້ ຕາມລາຍລະອຽດຂອງຕອນດິນດັ່ງນີ້:
– ປ້ອນຂໍ້ມູນທີ່ຢູ່ຂອງຕອນດິນ(ບ້ານ, ເມືອງ, ແຂວງ),
– ປ້ອນຂໍ້ມູນພິກັດທີ່ຕັ້ງຕອນດິນເທິງແຜນທີ່ (Location).
– ປ້ອນຂໍ້ມູນເລກທີແຜນທີ່ຕອນດິນ ແລະ ເລກທີ່ຕອນດິນ, ຖ່າຍຮູບໃບຕາດິນ ແລະ ເອກະສານ ຢັ້ງຢືນສິດນຳໃຊ້ທີ່ດິນ ໃຫ້ຊັດເຈນ.
– ຖ່າຍຮູບໃບເສຍອາກອນທີ່ດິນປະຈຳປີ (ໃບຮັບເງິນປີຫຼ້າສຸດ) ແລ້ວກົດປຸ່ມສົ່ງຄໍາຮ້ອງ;
4. ພາຍຫຼັງລົງທະບຽນຕອນດິນເຂົ້າໃນແອັບພິເຄເຊິນ MOF Land Tax ເຈົ້າໜ້າທີ່ສ່ວຍສາອາກອນປະຈຳເມືອງທີ່ຕອນດິນຕັ້ງຢູ່ ຈະເປັນຜູ້ກວດກາຄວາມຖືກຕ້ອງຂອງຂໍ້ມູນ ແລະ ກົດຢືນຢັນຕອນດິນດັ່ງກ່າວເຂົ້າໃນລະບົບ ຈຶ່ງຖືວ່າເປັນການລົງທະບຽນຕອນດິນເຂົ້າລະບົບ ສຳເລັດສົມບູນສາມາດຊຳລະຜ່ານລະບົບທະນາຄານທີ່ເຂົ້າຮ່ວມ ໂຄງການໄດ້ໃນຂັ້ນຕໍ່ໄປ (ຖ້າຂໍ້ມູນບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະຖືກປະຕິເສດ) ແລະ ລະບົບຈະສົ່ງ ຂໍ້ຄວາມຕອບກັບໄປຫາມືຖືຂອງເຈົ້າຂອງຕອນດິນທີ່ລົງທະບຽນ.
ໝາຍເຫດ: ເນື່ອງຈາກການລົງທະບຽນຕອນດິນມີຄວາມຈໍາເປັນຕ້ອງ ເປັນຂໍ້ມູນທີ່ຖືກຕ້ອງ ຍ້ອນທີ່ຕັ້ງ ແລະ ປະເພດຕອນດິນ ແມ່ນຕິດພັນກັບເຂດປະເມີນລາຄາ ເຊິ່ງມີຄວາມຈໍາເປັນຕ້ອງໄດ້ກວດກາຂໍ້ມູນ ລະອຽດ ແລະການລົງທະບຽນຕອນດິນຈະຖືກຕອບຮັບຊ້າສຸດບໍ່ກາຍ 03 ວັນ ພາຍຫຼັງທີ່ທ່ານໄດ້ ລົງທະບຽນ.
ດັ່ງນັ້ນ, ຈິ່ງແຈ້ງເພື່ອຮັບຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

