ເນື່ອງຈາກວ່າມີຫາງສຽງສັງຄົມບໍ່ພໍໃຈ ແລະ ທຸກໃຈຫຼາຍຕໍ່ມົນລະພິດທາງສຽງທີ່ມີຢ່າງຫຼວງຫຼາຍ ຢູ່ນະຄອນ ຫຼວງວຽງຈັນ ໃນປະຈຸບັນ ແລະ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ມີສະພາບຈິດໃຈ ແລະ ຮ່າງກາຍທີ່ດີ ໃນທົ່ວນະຄອນຫຼວງວຽງຈັນ.
ອີງຕາມຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 03 /ຈນວ, ລົງວັນທີ 16 ມີນາ 2022, ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນື່ອງນັ້ນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ:
1. ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານກິນ ດື່ມທຸກປະເພດ ໃນທົ່ວນະຄອນຫຼວງວຽງຈັນ ເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນື່ອງນັ້ນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ ຍົກເວັ້ນກິດຈະກຳທີ່ຈະຈັດຂຶ້ນເປັນບາງຄັ້ງບາງຄາວ ທີ່ໄດ້ຮັບ ອະນຸຍາດຢ່າງເປັນທາງການ ຈາກອົງການປົກຄອງບ້ານ, ເມືອງ, ນະຄອນຫຼວງວຽງຈັນ ແລະ ລັດຖະບານ.
2. ງານ ຫຼື ກິດຈະກຳໃດທີ່ໄດ້ຮັບອະນຸຍາດໃຫ້ເປີດເຄື່ອງຂະຫຍາຍສຽງ ຫຼື ສຽງດົນຕີນັ້ນ ຕ້ອງຮັບປະກັນບໍ່ ໃຫ້ລະດັບຂອງສຽງດົນຕີ ຫຼື ສຽງເສບດົນຕີ ກາຍລະດັບດີຊີເບວທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ສິນລະປະການ ສະແດງ ສະບັບເລກທີ 16/ສພຊ, ລົງວັນທີ 04 ພຶດສະພາ 2017 ໝວດທີ 3 ມາດຕາ 42 ຂໍ້ 3 ແລະ ບໍ່ໃຫ້ເປີດເຄື່ອງ ຂະຫຍາຍສຽງດົນຕີ ຫຼື ເສບດົນຕີສົ່ງສຽງເນື່ອງນັ້ນ ກາຍເວລາ 23:00 ໂມງ ຢ່າງເດັດຂາດ.
3. ມາດຕະການຕໍ່ຜູ້ລະເມີດ:
ກ. ສໍາລັບບຸກຄົນ:
– ກ່າວເຕືອນເທື່ອທີ 1 ແລະ ໃຫ້ຢຸດເຊົາທັນທີ;
– ກ່າວເຕືອນເທື່ອທີ 2 ພ້ອມທັງປັບໃໝ 500.000-3.000.000 ກີບ ແລະ ໃຫ້ຢຸດເຊົາທັນທີ.
– ກ່າວເຕືອນເທື່ອທີ 3 ພ້ອມທັງປັບໃໝ 500.000-3.000.000 ກີບ, ຢຶດເຄື່ອງຂະຫຍາຍສຽງ ຫຼື ເຄື່ອງເສບດົນຕີ ແລະ ຫຼື ນໍາຕົວເຈົ້າຂອງຈັດກິດຈະກຳ ຫຼື ເຈົ້າຂອງເຄື່ອງຂະຫຍາຍສຽງ ຫຼື ເຄື່ອງເສບດົນຕີ ໄປ ດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.
ຂ. ສໍາລັບນິຕິບຸກຄົນ:
– ກ່າວເຕືອນເທື່ອທີ 1 ແລະ ໃຫ້ຢຸດເຊົາທັນທີ;
– ກ່າວເຕືອນເທື່ອທີ 2 ສັ່ງໃຫ້ຢຸດເຊົາທັນທີ ແລະ ປັບໃໝ 5.000.000-10.000.000 ກີບ.
– ກ່າວເຕືອນເທື່ອທີ 3 ສັ່ງໃຫ້ຢຸດເຊົາທັນທີ ແລະ ປັບໃໝ 5.000.000-10.000.000 ກີບ, ຢຶດເຄື່ອງ ຂະຫຍາຍສຽງ ຫຼື ເຄື່ອງເສບດົນຕີ ແລະ ຖອນໃບອະນຸຍາດການເຄື່ອນໄຫວສິນລະປະການສະແດງ ແລະ ໃບ ອະນຸຍາດການດໍາເນີນທຸລະກິດ ແລະ ຫຼື ນໍາຕົວເຈົ້າຂອງກິດຈະການ ຫຼື ເຈົ້າຂອງເຄື່ອງຂະຫຍາຍສຽງ ຫຼື ເຄື່ອງເສບ ດົນຕີ ໄປດຳເນີນຄະດີ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.
ຄ. ສໍາລັບເຈົ້າໜ້າທີ່ຂອງລັດ:
ກໍລະນີເຈົ້າໜ້າທີ່ກ່ຽວຂ້ອງ ເມີນເສີຍ ຫຼື ປະລະໜ້າທີ່ ບໍ່ບັງຄັບປະຕິບັດມາກຕະການໄວ ຕາມການໂທແຈ້ງ ເຂົ້າມາຂອງພົນລະເມືອງ ຫຼື ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກມົນລະພິດທາງສຽງນັ້ນ ຈະຖືກພິຈາລະນາລົງວິໄນ ຫຼື ດຳເນີນຄະດີປົກຄອງ ຕາມແຕ່ກໍລະນີ ເບົາ ຫຼື ໜັກ.

