ກອງປະຊຸມສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ງວດ I ປີ 2026: ສປປ ລາວ ສ້າງບາດລ້ຽວໃໝ່ ສຸມໃສ່ເສດຖະກິດເອກະລາດ ເປັນເຈົ້າຕົນເອງ
21 ເມສາ 2026 – ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດເປັນປະທານກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳງວດ I ພ້ອມທັງວາງທິດທາງໃນງວດ II ປີ 2026.
ກອງປະຊຸມຄັ້ງນີ້ຈັດຂຶ້ນທັງໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍມີຄະນະນໍາຂະແໜງການເງິນທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສັນຕິພາບ ພົມວິຫານ ໄດ້ເນັ້ນໜັກເຖິງການສ້າງ “ບາດລ້ຽວໃໝ່” ໃນການບໍລິຫານລັດ ໂດຍຢຶດຖືຫຼັກການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ. ເປົ້າໝາຍສຳຄັນແມ່ນການເຮັດໃຫ້ ລາຍຮັບພາຍໃນ ກຸ້ມລາຍຈ່າຍປົກກະຕິ ແລະ ມີສ່ວນເກີນດຸນ ເພື່ອສະສົມໄວ້ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດ, ລວມທັງສ້າງຄັງສະສົມຮອງຮັບຄວາມສ່ຽງທີ່ອາດເກີດຂຶ້ນໃນອະນາຄົດ ຈາກທັງປັດໄຈພາຍໃນ ແລະ ພາຍນອກ.
ທ່າມກາງສະພາບການຜັນແປຂອງໂລກ ແລະ ວິກິດການໃນຕາເວັນອອກກາງ, ຂະແໜງການເງິນຂອງ ສປປ ລາວ ຍັງສາມາດບັນລຸຕົວເລກຄາດໝາຍມະຫາພາກໄດ້ຢ່າງໜ້າຊື່ນຊົມ:
ການເຕີບໂຕເສດຖະກິດ (GDP): ຂະຫຍາຍຕົວໃນລະດັບ 5.5% ໃນໄຕມາດ I.
ອັດຕາເງິນເຟີ້: ຄວບຄຸມໄດ້ດີຢູ່ທີ່ລະດັບ 7% (ສະເລ່ຍ 1 ຕົວເລກຕາມແຜນຂອງສະພາແຫ່ງຊາດ), ເຊິ່ງຫຼຸດລົງຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ທີ່ຢູ່ລະດັບ 13.1%.
ການເກັບລາຍຮັບ: ສາມາດຈັດເກັບໄດ້ລື່ນແຜນງວດ I ໂດຍບັນລຸເຖິງ 112% ຂອງແຜນງວດ (ເທົ່າກັບ 28% ຂອງແຜນການປີ), ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີຜ່ານມາ.
ການຄຸ້ມຄອງລາຍຈ່າຍ: ປະຕິບັດໄດ້ 41% ຂອງແຜນງວດ I ຫຼື ເທົ່າກັບ 11% ຂອງແຜນການປີ.
ແຜນ 5 ປີ ຄັ້ງທີ X (2026-2030):
ປີ 2026 ນີ້ ຖືເປັນປີເລີ່ມຕົ້ນທີ່ມີຄວາມໝາຍສຳຄັນຍິ່ງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ຜົນສຳເລັດໃນງວດທີ I ນີ້ ບໍ່ພຽງແຕ່ສະທ້ອນເຖິງຄວາມເຂັ້ມແຂງຂອງການຄຸ້ມຄອງການເງິນ, ແຕ່ຍັງເປັນການສ້າງພື້ນຖານທີ່ໝັ້ນຄົງ ເພື່ອຜ່ານຜ່າສິ່ງທ້າທາຍ ແລະ ບຸກທະລຸແຜນການໃນງວດຕໍ່ໆໄປໃຫ້ສຳເລັດຢ່າງມີໄຊ.
ທີ່ມາ: ເສດຖະກິດການຄ້າ
Lao Youth Radio FM90MHz

