ເປີດຮັບສະໝັກແລ້ວ ທຶນຮຽນຕໍ່ປະເທດຍີ່ປຸ່ນ

ເປີດຮັບສະໝັກແລ້ວ ! ທຶນການສຶກສາ ປະເທດຍີ່ປຸ່ນ ! ທັງລະດັບ ຊັ້ນສູງເຕັກໂນໂລຊີ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ! ຢ່າປ່ອຍໃຫ້ໂອກາດ ເປັນພຽງອາກາດ ສະໝັກດ່ວນ ບໍ່ລອງ ບໍ່ຮູ້ ! ຢູ່ເຂດແຂວງໃດ ຂອງລາວ ກໍ່ສະໝັກໄດ້ !!!

ທຶນການສຶກສາລັດຖະບານຍີ່ປຸ່ນ (MEXT) 2027: ເປີດຮັບສະໝັກແລ້ວຕອນນີ້! ສະຖານທູດຍີ່ປຸ່ນໄດ້ເປີດຮັບສະໝັກທຶນລັດຖະບານຍີ່ປຸ່ນ (MEXT) 2027 ແລ້ວ!

ພວກເຮົາຂໍເຊີນຊວນບຸກຄົນສັນຊາດລາວຜູ້ມີຄວາມມຸ່ງໝັ້ນທຸກທ່ານສົ່ງໃບສະໝັກເຂົ້າມາ ເພື່ອເລີ່ມບາດກ້າວໃໝ່ໃນການສຶກສາຕໍ່ທີ່ປະເທດຍີ່ປຸ່ນ.

ສຳລັບລາຍລະອຽດການສະໝັກແມ່ນສາມາດກວດສອບໄດ້ຕາມລິ້ງເວັບໄຊ້ສະຖານທູດ ຕາມລິ້ງ ກ້ອງຄອມເມັ້ນ.

ຢາກສະໝັກແຕ່ຢູ່ຕ່າງແຂວງບໍ?

ທ່ານສາມາດສົ່ງເອກະສານ ຜ່ານໄປສະນີ ຫຼື ບໍລິສັດຂົນສົ່ງທີ່ມີບໍລິການສົ່ງເຖິງທີ່ຮອດສະຖານທູດຍີ່ປຸ່ນ (ຖະໜົນສີສັງວອນ, ນະຄອນຫຼວງວຽງຈັນ).

ໝາຍເຫດ: ກະລຸນານຳໃຊ້ຂົນສົ່ງທີ່ຮັບປະກັນວ່າສາມາດສົ່ງເອກະສານໄດ້ຮອດໜ້າປະຕູຂອງສະຖານທູດຍີ່ປຸ່ນ ເນື່ອງຈາກເຮົາບໍ່ສາມາດໄປຮັບເອກະສານຂອງທ່ານໄດ້ທີ່ສາຂາ ຫຼື ໜ່ວຍງານຂອງບໍລິສັດຂົນສົ່ງ.

ຢ່າພາດທີ່ຈະຄວ້າໂອກາດໃນການເປັນຂົວຕໍ່ລະຫວ່າງລາວ ແລະ ຍີ່ປຸ່ນ!

#MEXT2027#StudyinJapan

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles