ເມືອງສັງທອງ ໄດ້ຮັບຜົນກະທົບຢ່າງໜັກ ຈາກເຫດການໄຟໄໝ້ລາມປ່າໃນເຂດປ່າສະຫງວນພູພະນັງ ມີເນື້ອທີ່ປ່າໄມ້ຖືກໄຟໄໝ້ເສຍຫາຍແລ້ວຫຼາຍກວ່າ 1.400 ເຮັກຕາ.
ເຫດການດັ່ງກ່າວ ເກີດຂຶ້ນໃນໄລຍະລະດູແລ້ງ ທີ່ມີສະພາບອາກາດແຫ້ງ ແລະ ລົມແຮງ ເຮັດໃຫ້ໄຟລຸກລາມໄດ້ຢ່າງວ່ອງໄວ ແລະ ຍາກຕໍ່ການຄວບຄຸມ.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຜູ້ປະຈຳການ) ໄດ້ນຳຄະນະລົງພື້ນທີ່ ເພື່ອຕິດຕາມສະພາບຕົວຈິງ ແລະ ຮ່ວມຫາແນວທາງແກ້ໄຂສະເພາະໜ້າ.
ໃນການລົງພື້ນທີ່ຄັ້ງນີ້ ທ່ານໄດ້ຮັບຟັງການລາຍງານກ່ຽວກັບຄວາມເສຍຫາຍ ແລະ ສະພາບການໄຟໄໝ້ປ່າ ພ້ອມທັງໄດ້ປຶກສາຫາລືກັບອຳນາດການປົກຄອງເມືອງສັງທອງ ເພື່ອວາງແຜນສະກັດກັ້ນ ແລະ ຄວບຄຸມໄຟໃນໄລຍະຕໍ່ໄປ.
ເຫດການໄຟໄໝ້ລາມປ່າຄັ້ງໃຫຍ່ນີ້ ບໍ່ພຽງແຕ່ທຳລາຍຊັບພະຍາກອນປ່າໄມ້ ແລະ ທີ່ຢູ່ອາໄສຂອງສັດປ່າເທົ່ານັ້ນ ແຕ່ຍັງເປັນ ສາເຫດຫຼັກ ທີ່ເຮັດໃຫ້ຄ່າຝຸ່ນລະອອງຂະໜາດນ້ອຍ PM2.5 ຢູ່ນະຄອນຫຼວງວຽງຈັນ ພຸ່ງສູງຂຶ້ນຢ່າງຕໍ່ເນື່ອງໃນໄລຍະນີ້, ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງປະຊາຊົນ ແລະ ທັດສະນີຍະພາບໃນຊ່ວງບຸນປີໃໝ່ລາວ.
ຂໍຄວາມຮ່ວມມື ຂໍໃຫ້ພໍ່ແມ່ປະຊາຊົນທຸກພາກສ່ວນ ເພີ່ມທະວີຄວາມລະມັດລະວັງ ແລະ ຢຸດເຊົາການຈຸດປ່າ ຫຼື ຈຸດຂີ້ເຫຍື້ອໃນທຸກກໍລະນີ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຊ່ວຍກັນປົກປັກຮັກສາປ່າສະຫງວນແຫ່ງຊາດໃຫ້ຄົງຢູ່ສືບໄປ.
ຂໍ້ມູນ: ວຽງຈັນໃຫມ່
Lao Youth Radio

