ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນ ທົ່ວປວງຊົນຊາບວ່າ: ພະ ແນກສຶກສາທິການເຂດປົກຄອງຕົວເອງຊົນເຜົ່າຈ້ວງກວາງຊີ ສປ.ຈີນ ໃຫ້ທຶນການສຶກສາແກ່ນັກສຶກສາລາວຜູ້ທີ່ມີຄວາມ ສົນໃຈໄປສຶກສາທີ່ແຂວງກວາງຊີໃນລະດັບປະລິນຍາຕີ ແລະ ປະລິນຍາໂທ, ລາຍລະອຽດດັ່ງລຸ່ມນີ້:
I. ເງື່ອນໄຂຜູ້ສະຫມັກ ແລະ ເອກະສານການສະຫມັກ
– ເປັນພົນລະເມືອງລາວ/ຖືສັນຊາດລາວ, ມີສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ;
– ຜູ້ສະຫມັກລະດັບປະລິນຍາຕີອາຍຸບໍ່ເກີນ 25 ປີ, ປະລິນຍາໂທບໍ່ເກີນ 35 ປີ;
– ມີໃບຢັ້ງຢືນລະດັບພາສາຈີນ (HSK ລະດັບ 3 ຫຼື 4, ຄະແນນລວມ 180 ຄະແນນຂື້ນໄປ);
– ມີໃບຢັ້ງຢືນຜົນການສອບເສັງ CSCA ສໍາລັບຜູ້ສະຫມັກຮຽນລະດັບປະລິນຍາຕີ (ຕ້ອງມີຄະແນນເສັງ 2 ວິຊາ ບັງຄັບຄື: ພາສາຈີນ ແລະ ຄະນິດສາດ);
– ສໍາເນົາໃບປະກາສະນິຍະບັດ ແລະ ໃບຄະແນນ ລະດັບສູງສຸດຂອງການສະຫມັກ;
– ຂຽນແຜນການຮຽນເປັນພາສາຈີນ ຫຼື ພາສາອັງກິດ;
– ໃບກວດສຸຂະພາບຕາມແບບຟອມທີ່ກໍານົດ;
– ໃບແຈ້ງໂທດສະບັບເປັນພາສາອັງກິດ;
– ຫນັງສືແນະນໍາຈາກຫົວຫນ້າ ຫຼື ອາຈານ ຂັ້ນສາສະດາຈານ ຫຼື ຮອງສາສະດາຈານ ຈໍານວນ 02 ສະບັບ (Two Recommendation Letters) ສໍາລັບຜູ້ສະຫມັກຮຽນລະດັບປະລິນຍາໂທ.
II. ນະໂຍບາຍທີ່ຈະໄດ້ຮັບ
ຝ່າຍໃຫ້ທຶນຮັບຜິດຊອບຄ່າຮຽນ, ທີ່ພັກ ແລະ ເງິນເບ້ຍລ້ຽງ ລະດັບປະລິນຍາຕີ 1000ຢວນ/ຄົນ/ເດືອນ, ປະລິນ ຍາໂທ 1500 ຢວນ/ຄົນ/ເດືອນ, ນອກນັ້ນຄ່າໃຊ້ຈ່າຍອື່ນໆແມ່ນນັກຮຽນຈະຕ້ອງຮັບຜິດຊອບເອງເຊັ່ນ: ຄ່າເດີນທາງ, ປະກັນໄພ, ອຸປະກອນການສຶກສາ ແລະ ອື່ນໆ.
III. ວິທີສະຫມັກ
ຜູ້ທີ່ສົນໃຈສະຫມັກ ສາມາດພົວພັນເອົາແບບຟອມສະຫມັກໄດ້ທີ່ ກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ (ເຂດສະຫນາມກິລາເຈົ້າອານຸວົງ) ພາຍຫຼັງປະກອບເອກະສານສາເລັດແລ້ວໃຫ້ສົ່ງມາຍັງກົມກິດຈະການນັກສຶກສາ, ກະຊວງ ສຶກສາທິການ ແລະ ກິລາ ຫ້ອງ 107-108. ມື້ປິດຮັບສະຫມັກແມ່ນ ວັນຈັນ ວັນທີ 30 ເມສາ 2026.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ສົ່ງເອກະສານສະຫມັກໃຫ້ທັນເວລາດ້ວຍ.
ສາມາດດາວໂຫຼດເອົາແບບຟອມໄດ້ທີ່ເວັບໄຊຂອງກົມ www.moes.dsa.edu.la



