ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ລາຍງານວ່າ: ວັນທີ 27 ມີນາ 2026, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງກຳລັງ ລົງພື້ນທີ່ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ພາຍຸລະດູຮ້ອນ (ໝາກເຫັບຕົກ), ທີ່ບ້ານ ຈັນສະຫວ່າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ສະຫາຍ ພັນເອກ ບຸນຄຳ ສຸນັນທາ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ, ຮອງຄະນະຮັບຜິດຊອບກອບກູ້ໄພພິບັດລະດູຮ້ອນ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະນຳກົມໃຫຍ່ການເມືອງກອງທັບ ກຳລັງທະຫານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງໃຫ້ການຊ່ວຍເຫຼືອເບື້ອງຕົ້ນແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດ ພາຍຸລະດູຮ້ອນ (ໝາກເຫັບຕົກ), ໃນນີ້ໄດ້ຈັດຕັ້ງກຳລັງພົນຊ່ວຍເຫຼືອ 146 ສະຫາຍ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ, ພະນັກງານບຳນານທະຫານ-ຕຳຫຼວດ ເປັນຕົ້ນແມ່ນ: ການສ້ອມແປງຫຼັງຄາເຮືອນ, ອະນາໄມ ເຮືອນ ແລະ ອອກແຮງງານຕ່າງໆ.



