ເພື່ອການອະນຸລັກ ປ່ອຍແຂ້ນ້ອຍ 56 ໂຕກັບສູ່ທຳມະຊາດ ທີ່ບ້ານດອນຍາໂນງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ

ວັນທີ 19 ມີນາຜ່ານມານີ້ ອົງການອະນຸລັກສັດປ່າຮ່ວມ ກັບພາກສ່ວນຕ່າງໆຂອງພາກ ລັດໄດ້ຈັດພິທີປ່ອຍແຂ້ນ້ອຍ ຈຳນວນ 56 ໂຕກັບຄືນສູ່ທໍາມະຊາດທີ່ບ້ານດອນຍາໂນງ, ເມືອງ ຊົນນະບູລີ ແຂວງສະຫວັນນະເຂດ.

ແຂ້ຊະນິດພັນນີ້ມີລັກສະນະພິເສດສະເພາະແຕກຕ່າງຈາກແຂ້ສາຍພັນອື່ນໆໃນທາງດ້ານພຶດຕິກຳທີ່ເປັນມິດ ກັບສະພາບແວດລ້ອມ, ທາງດ້ານສີສັນລວດລາຍທີ່ເປັນເອກະລັກ ແລະມີຂະໜາດນ້ອຍຫາປານກາງ ເຊິ່ງປະຫວັດຜ່ານມານັ້ນ, ສາຍພັນດັ່ງກ່າວຍັງບໍ່ມີເຫດການທຳຮ້າຍມະນຸດ ແລະສັດລ້ຽງໃດໆ.

ການປ່ອຍແຂ້ນ້ອຍພັນພື້ນເມືອງ ລາວໃນຄັ້ງນີ້ຖືວ່າເປັນພິທີ ການໜຶ່ງທີ່ມີຄວາມສຳຄັນຢ່າງ ຍິ່ງຕໍ່ຮູບແບບການຟື້ນຟູຊະນິດ ສາຍພັນແຂ້ພື້ນເມືອງລາວ ພ້ອມກັບການຄຸ້ມຄອງສັດຊະນິດສາຍພັນທີ່ມີຄວາມສ່ຽງຕໍ່ການສູນພັນໃນອະນາຄົດຂ້າງ ໜ້າ ໂດຍການປະສານສົມທົບ, ການມີສ່ວນຮ່ວມຈາກອົງການ ຈັດຕັ້ງພາກລັດ ແລະຊຸມຊົນທ້ອງຖິ່ນບ້ານເປົ້າໝາຍທັງໝົດ 27 ບ້ານ ແລະບ້ານອ້ອມ ຂ້າງໃນ 4 ຕົວເມືອງຄື: ເມືອງ ຊົນນະບູລີ, ເມືອງຈໍາພອນ, ເມືອງ ສອງຄອນ ແລະເມືອງໄຊບູລີ ເຂົ້າໃນການຄຸ້ມ ຄອງຕາມຫຼັກ ວິທີການສາມາດກໍ່ໃຫ້ເກີດມີ ຄວາມຍືນຍົງ.

ອີງຕາມຂໍ້ມູນສໍາຫຼວດ ແລະ ການລາຍງານກຸ່ມຊ່ຽວຊານ ແຂ້ຂອງອົງການອະນຸລັກທໍາ ມະຊາດໂລກ (CSGIUCN) ໃນທຳມະຊາດມີແຂ້ນໍ້າຈືດພັນ ພື້ນເມືອງລາວ (Crocody lussiamensis) ໜ້ອຍກວ່າ 1,000 ໂຕ ທີ່ຍັງ ເຫຼືອຢູ່, ແຂ້ ຊະນິດພັນນີ້ຖືກຈັດໃຫ້ເປັນສັດ ທີ່ໃກ້ຈະສູນພັນຂັ້ນວິກິດ ໂດຍ ອົງການ IUCN.

ທີ່ມາ: ສະຫວັນພັດທະນາຂ່າວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles